ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມຮຸ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-11-16 18:10:04 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ:



ທ່ານ ເທດລະຄອນ ດວງສົນ ທິ ພະນັກງານປະຕິວັດອາວຸໂສ- ບຳນານ, ປັດຈຸບັນເປັນຮອງປະ ທານ ແລະ ຜູ້ປະຈຳການຂອງ ກຸ່ມບໍລິສັດ ພົງສະຫວັນ ໄດ້ສະ ແດງທັດສະນະ ແລະ ຄວາມ ຮູ້ສຶກຂອງຕົນຕໍ່ ວັນສ້າງຕັ້ງກອງ ທັບ ປະຊາຊົນລາວ ຄົບຮອບ 70 ປີວ່າ: ໂດຍປະຕິບັດຕາມມະຕິຕົກລົງຂອງສູນກາງພັກ ກອມມູນິດອິນດູຈີນ, ຢູ່ເຂດທີ່ໝັ້ນຕາແສງລາວຮຸ່ງ ເມືອງຊຽງຄໍ້, ແຂວງຫົວພັນ ໃນວັນທີ 20 ມັງ ກອນ 1949 ໄດ້ມີເຫດການສຳຄັນ ທາງປະຫວັດສາດນັ້ນກໍຄືການປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການຢູ່ຕໍ່ຫນ້າ“ກອງລາດຊະວົງ” ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງນັບແຕ່ນັ້ນເປັນຕົ້ນມາ ແມ່ນໄດ້ກຳນົດເອົາວັນທີ 20 ມັງກອນ 1949 ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ, ເຊິ່ງຜ່ານຂະບວນການຂົນຂວາຍປັບປຸງກໍ່ສ້າງ ກຳລັງ ແລະ ຊຸມຫໍ່ຼໃນແປວໄພສົງຄາມກອງກຳລັງດັ່ງກ່າວໄດ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ກອງທັບປະຊາຊົນລາວໄດ້ກຳເນີດເຕີບໃຫຍ່ຂຶ້ນພາຍໃຕ້ການຊີ້ ນຳ-ນຳພາໂດຍກົງຮອບດ້ານ ແລະ ຮັບການສຶກສາອົບຮົມຈາກພັກ ປະຊາຊົນປະຕິວັດລາວ, ຍິ່ງຕີ ຍິ່ງມີໄຊຊະນະ ຍິ່ງສູ້ຮົບ ຍິ່ງເຕີບໃຫຍ່ ເຂັ້ມແຂງກາຍເປັນກຳລັງຫຼັກແຫຼ່ງແກ່ນສານໃຫ້ແກ່ປະເທດຊາດຕະ ຫຼອດມາ ກ້າວຂຶ້ນຍຶດອຳນາດສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ແລະ ໃນປັດຈຸບັນນີ້ແມ່ນໄດ້ ປະກອບສ່ວນຢ່າງສົມກຽດເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຂອງພັກຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເປັນກຳລັງຫຼັກແຫຼ່ງແກ່ນສານໃນການເຄື່ອນໄຫວປົກປັກຮັກສາ ຄວາມໝັ້ນຄົງຂອງຊາດໄວ້ໄດ້ຢ່າງໝັ້ນຄົງ. ສະນັ້ນເນື່ອງໃນໂອກາດທີ່ມີຄວາມໝາຍສຳຄັນຂ້າພະເຈົ້າໃນ ນາມພະນັກງານປະຕິວັດອາວຸໂສ-ບຳນານ ເຊິ່ງເຄີຍກີ້ງເກືອກລີ ເລືອເຄື່ອນໄຫວຮັບໃຊ້ການປະຕິວັດຕະຫຼອດອາຍຸການຜ່ານມາຮູ້ ສຶກພາກພູມໃຈ ແລະ ປຶ້ມປິຕິຫາອັນປຽບບໍ່ໄດ້ທີ່ເຫັນຄວາມເຕີບ ໃຫຍ່ ເຂັ້ມແຂງ ພ້ອມທັງຜົນງານ ແລະ ໄຊຊະນະທີ່ກອງທັບ ປະຊາຊົນ ລາວ ຍາດມາໄດ້ຕະຫຼອດໄລຍະ 70 ປີ ຜ່ານມາ, ແນວໃດກໍຕາມຖ້າ ທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ແລະ ພໍ່ແມ່ ປະຊາຊົນ ບັນດາເຜົ່າ ເຫັນວ່າຍັງບໍ່ທັນພຽງພໍເທື່ອ, ສະນັ້ນພະນັກ ງານ-ນັກຮົບທຸກຖ້ວນໜ້າໃນຖັນແຖວກອງທັບ ຕ້ອງໄດ້ອອກແຮງ ເສີມຂະຫຍາຍຫົວຄິດປະດິດສ້າງຄວາມຮູ້ ຄວາມສາມາດຂອງຕົນ ຢ່າງເຕັມສ່ວນເພື່ອເຮັດສຳເລັດໜ້າທີ່ຂອງຕົນຕາມທີ່ພັກ-ລັດປະເທດ ຊາດ ແລະ ປະຊາຊົນມອບໝາຍໃຫ້ ໄປພ້ອມໆກັບການຮັກສາທາດ ແທ້ມູນເຊື້ອອັນດີງາມຂອງກອງທັບໃຫ້ສົມກັບກອງທັບວິລະຊົນ ຂອງຊາດລາວວິລະຊົນ. ສຸດທ້າຍນີ້ອວຍພອນແດ່ຄະນະນຳກະຊວງປ້ອງກັນປະເທດ, ພ້ອມ ດ້ວຍນາຍ ແລະ ທະຫານພະນັກງານ-ນັກຮົບທຸກຖ້ວນໜ້າ, ໂດຍສະ ເພາະແມ່ນຜູ້ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ, ທຸລະ ກັນດານ, ຈຸດສຸມຫຍຸ້ງຍາກຈົ່ງເຮັດສຳເລັດໜ້າທີ່ຂອງຕົນ ແລະ ຜູ້ທີ່ກຳລັງພະຍາບານຕົວຢູ່ຕາມໂຮງໝໍແຫ່ງຕ່າງໆຈົ່ງຫາຍເຊົາຈາກ ພະຍາດໂລຄາ ແລະ ກັບຄືນສູ່ຄອບຄົວ, ກົມກອງຂອງຕົນຕັ້ງໜ້າປະ ກອບສ່ວນເຮັດໜ້າທີ່ໃຫ້ມີຜົນສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ