ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ມິຖຸນາ 2025

  

ຣຽວ ມາດ​ຣິດ​ບຸກ​ໄປ​ສະເໜີ ແມນ​ເຊັດ​ເຕີ ຊີ​ຕີ້
ເວລາອອກຂ່າວ: 2024-04-22 09:15:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 540 | ຄວາມນິຍົມ:



ຣຽວ ມາດ​ຣິດ ແຊັມ​ສູງ​ສຸດ 14 ສະໄໝ ເປີດ​ບ້ານ​ພົບ​ກັບ ແມນ​ເຊັດ​ເຕີ ຊິ​ຕີ້ ແຊັມ​ເກົ່າ ທີມ​ຢາມ​ຂຶ້ນ​ນຳ​ໄວ​ພຽງ 2' ນາທີ​ທຳ​ອິດ​ຈາກ​ການ​ຍິງ​ປະຕູ​ຂອງ ແບ​ນາ​ໂດ້ ຊິນ​ວາ ແຕ່​ເຈົ້າ​ບ້ານ​ກັບ​ ມາ​ຍິງ​ແຊງ​ສອງ​ປະຕູ​ຈາກການ ຣູ​ ເບັນ ດີ​​ອັຊ ການ​ສະກັດ​ເຂົ້າ​ໂກນ​ຕົນ​ເອງ​ແບບ​ບໍ່​ຕັ້ງໃຈ ນາທີ 12' ແລະ ຍິງ​ແຊງ​ນຳ 2-1 ຈາກ ໂຣດຣີ​ໂກ້ ໃນ​ສອງ​ນາທີ​ຕໍ່​ມາ ຈົບ​ຕັ້ງ​ທີ​ໜຶ່ງ ມາດ​ຣິດ ນຳ ແມນ​ຊິ​ຕີ້ 2-1 ປະຕູ. ເຄິ່ງ​ຫຼັງ ຊິ​ຕີ້ ຍິງ​ແຊງ​ຄືນ​ຕີ​ສະເໝີ 2-2 ຈາກ​ການ​ຍິງ​ຂອງ ຟິວ ໂຟ​ເດັ້ນ ນາທີ 66' ແລະ ແຊງ​ນຳ 3-2 ຈາກ ​ຢັອສ​ໂກ້ ກາ​ດີ​ໂອນ ນາທີ 71' ແຕ່​ລາຊາ​ແຫ່ງ​ເອີ​ຣົບ ທວງ​ຄືນ​ຈາກ​ການ​ຍິງ​ຂອງ ເຟ​ເດ ຣິ​ໂກ້ ເບົາ​ເບ​ເດ້ ນາທີ 79' ຈົບ ເກມສະເໝີ​ກັນ​ແບບ​ສຸດ​ມັນດ້ວຍ ຄະແນນ 3-3 ປະຕູ. ຂະນະ​ທີ່ ແມນ​ຊິ​ຕີ້ ຍັງ​ບໍ່​ເສຍ​ໃນ 26 ນັດ​ຫຼັງ​ສຸດ​ລວມ​ທຸກ​ລາຍ ການຊະນະ 21 ສະເໝີ 5 ແລະ ຍັງ ​ບໍ່​ເສຍ 22 ນັດ​ຕິດຕໍ່​ກັນ​ໃນ​ແຊັມ​ປ້ຽນ​ລີກ ຊະນະ 16 ສະເໝີ 6. ນັດ​ນີ້ ວີ​ນີ​ຊີ​ອຸ​​ສ ຈູ​ເນ່ຍ ປີກ ​ຈະ​ຫຼວດ​ຂອງ ຣຽວ ມາດ​ຣິດ ຈັດ​ ສອງ​ແອ​​ັສ​ຊິກາຍເປັນ​ນັກ​ເຕະ​ທີ່​ມີ​ສ່ວນ​ຍິງ​ປະຕູ​ຫລາຍ​ສຸດ​ໃນ 3 ລະດູ​ການ​ຫຼັງ​ສຸດ​ຂອງແຊັມ​ປ້ຽນ​ລີກ ຍິງ 14 ປະຕູ 15 ແອ​​ັສ ​ຊິດ. ນັດ​ທີ​ສອງ ກັບ​ໄປ​ຫຼິ້ນ​ທີ່​ບ້ານ​ຂອງ ຊິ​ຕີ້ ຄືນ​ວັນ​ທີ 17 ເມສາ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ