ກອງບັນຊາການທະຫານແຂວງເຫງະອ່ານ ສສ ຫວຽດນາມ ອວຍພອນປີໃໝ່ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2024-04-22 11:15:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1427 | ຄວາມນິຍົມ:
ໃນຕອນບ່າຍຂອງວັນທີ12 ເມສາ 2024 ນີ້, ກອງບັນຊາການທະຫານແຂວງເຫງະອ່ານ ເຊິ່ງນຳໂດຍ ສະຫາຍ ພັນເອກ ຟາມ ດິ່ງຈຸ່ງ ຄະນະປະຈໍາພັກຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງເຫງະອ່ານ, ພ້ອມຄະນະໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ໂອກາດບຸນປີ ໃໝ່ລາວ ພສ 2567 ເພື່ອອວຍພອນໄຊໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໃນກຳລັງປະກອບອາວຸດທ້ອງຖິ່ນແຂວງວຽງຈັນທຸກທົ່ວໜ້າຈົ່ງມີສຸຂະພາບເຂັ້ມແຂງ,ແຂງແຮງ. ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ ພ້ອມຄະນະ ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ, ຄວາມຮັກແພງເຫມືອນດັ່ງອ້າຍນ້ອງຄອບຄົວດຽວກັນ. ໃນໂອກາດນີ້, ສະຫາຍ ພັນເອກ ຟາມ ດິ່ງຈຸ່ງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງເຫງະອ່ານ ກ່າວອວຍພອນໄຊອັນປະເສີດທີ່ເຕັມໄປດ້ວຍໄປຕິຈິດມິດຕະພາບຢ່າງສູງ ຂໍໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງວຽງຈັນ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ ເຮັດສຳເລັດໜ້າທີ່ ທ່ີການຈັດຕັ້ງພັກ-ລັດມອບໝາຍໃຫ້, ຈາກນັ້ນ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກໍ່ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຂອບໃຈມາຍັງ ສະຫາຍ ພັນເອກ ຟາມ ດິ່ງ ຈຸ່ງ ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ຕໍ່ວັນບຸນປະຈຳຊາດຂອງ ສປປ ລາວ ແລະ ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນດີມາສູ່ພະນັກງານ-ນັກຮົບທົ່ວກຳລັງປະກອບອາວຸດທ້ອງຖິ່ນແຂວງວຽງຈັນ, ທັງນີ້ຍັງເປັນການເສີມສ້າງສາຍພົວພັນໄປມາຫາສູ່ເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງກອງບັນຊາການທະຫານແຂວງວຽງຈັນ ກັບກອງບັນຊາການທະຫານແຂວງເຫງະອ່ານໃຫ້ນັບມື້ແໜ້ນແຟ້ນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ. ຈາກນັ້ນ ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ມອບຂອງຂວັນເພື່ອເປັນທີ່ລະນຶກເຊິ່ງກັນ ແລະ ກັນ, ພ້ອມນັ້ນກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີບາສີສູ່ຂວັນຕ້ອນຮັບຄະນະຜູ້ແທນກອງບັນຊາການທະຫານແຂວງເຫງະອ່ານນຳຕື່ມອີກ
ໂດຍ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ