ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ກົມໃຫຍ່ພະລາທິການກອງທັບເຜີຍແຜ່ເອກະສານ 4 ບົດ
ເວລາອອກຂ່າວ: 2024-04-22 11:19:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1522 | ຄວາມນິຍົມ:



ວັນທີ 22 ເມສາ 2024 ນີ້, ກົມໃຫຍ່ພະລາທິການກອງທັບໄດ້ເຜີຍແຜ່ເຊື່ອມຊຶມເອກະສານ 4 ບົດຂຶ້ນຢູ່ທີ່ສະໂມສອນກົມໃຫຍ່, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິກາກນອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງ ແລະ ພະນັກງານ-ສະມາຊິກພັກພາຍໃນອົງການກົມໃຫຍ່ເຂົ້າຮ່ວມ. ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ຜ່ານເອກະສານ 4 ບົດເຊິ່ງມີເອກະສານຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເອກະສານເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ ແລະ ສະມາຊິກພັກ, ເຊິ່ງຈຸດປະສົງ, ລະດັບຄາດໝາຍ ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກທຸກຂັ້ນໄດ້ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄວາມສໍາຄັນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ກ່ຽວກັບເນື້ອໃນຕ້ອງກຳແໜ້ນໃນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ການນໍາເອົາມະຕິກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນເປັນຈິງ, ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຖືກຕ້ອງຕາມກົດລະບຽບ ເພື່ອຄັດເລືອກບຸກຄະລາກອນທີ່ມີມາດຕະຖານ, ເງື່ອນໄຂຕາມທີ່ກຳນົດໄວ້ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນບົບການເມືອງ, ເຂົ້າໃຈກ່ຽວກັບການຍົກສູງຄວາມສາມາດນໍາພາຂອງພັກ ແມ່ນປັດໃຈຕັດສິນໄຊຊະນະຂອງພາລະກິດປະຕິວັດຢູ່ປະເທດເຮົາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກເຮົາໃນຕໍ່ໜ້າ, ຄວາມໝາຍ ແລະ ຄວາມສໍາຄັນຂອງຄຸນທາດການເມືອງແມ່ນອົງປະກອບອັນໜຶ່ງທີ່ສໍາຄັນຢູ່ໃນຄຸນນະພາບຂອງສະມາຊິກພັກແຕ່ລະສະຫາຍ, ແມ່ນມາດຖານແຖວໜ້າ, ແມ່ນຄວາມຮຽກຮ້ອງຕ້ອງການອັນເປັນພື້ນຖານທີ່ຂາດບໍ່ໄດ້, ທັງເປັນພື້ນຖານໃຫ້ແກ່ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານປະຈໍາວັນຂອງພະນັກງານ, ສະມາຊິກພັກ, ເນື້ອແທ້ຂອງຄຸນທາດການເມືອງແມ່ໝາຍເຖິງທັດສະນະຫຼັກໝັ້ນຊົນຊັ້ນ, ທັດສະນະມິດ-ສັດຕູ ແລະ ຄວາມເດັດດ່ຽວໜຽວແໜ້ນຕໍ່ອຸດົມການສັງຄົມນິຍົມ, ທັດສະນະຂອງພັກຕໍ່ກັບການແກ້ໄຂປະກົດການຫຍໍ້ທໍ້, ການຝຶກຝົນຫຼໍ່ຫຼອມຕົນເອງຂອງພະນັກງານ, ສະມາຊິກພັກ ແລະ ບາງວິທີຈັດຕັ້ງປະຕິບັດຕໍ່ກັບການແກ້ໄຂປະກົດການຫຍໍ້ທໍ້ສໍາລັບພະນັກງານສະມາຊິກພັກ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ