
ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີບາສີສູ່ຂວັນ ສົ່ງທ້າຍປີເກົ່າ ພສ 2566 ຕ້ອນຮັບປີໃໝ່ ພສ 2567
ເວລາອອກຂ່າວ: 2024-04-23 10:53:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1909 | ຄວາມນິຍົມ:
ໃນກາງເດືອນ ເມສາ 2024 ນີ້, ຢູ່ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຈັດພິທີ ບາສີສູ່ຂວັນສົ່ງທ້າຍປີເກົ່າ ພສ 2566 ຕ້ອນຮັບປີໃໝ່ ພສ 2567, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ກໍາມະການປະຈໍາພັກແຂວງ ເລຂາພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ສະຫາຍ ພົນຈັດຕະວາ ຫູມພັນ ແກ້ວວັງລາດ ຮອງເລຂາ ຫົວໜ້າການເມືອງ, ມີຄະນະປະຈໍາພັກ, ຄະນະພັກກອງບັນຊາການທະຫານແຂວງ, ຄະນະຫ້ອງ, ຫົວໜ້າພະແນກ-ຮອງພະແນກ, ຄອບຄົວຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະນັກງານຫຼັກແຫຼ່ງ ອົງການ 5 ຫ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີໄດ້ບາສີສູ່ຂວັນເພື່ອສົ່ງທ້າຍປີເກົ່າ ພສ 2566 ຕ້ອນຮັບປີໃໝ່ ພສ 2567 ໄດ້ມີການຫົດສົງນໍ້າໃຫ້ພອນເຊິ່ງກັນ ແລະ ກັນດ້ວຍບັນຍາກາດຟົດຟື້ນມ່ວນຊື່ນຕາມຮີດຄອງປະເພນີລາວ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ.
ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ຄໍາເຫຼັກ ສາຍຄໍາພວນ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງ ໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ພະນັກງານ-ນັກຮົບ ກ່າວຄຳອວຍພອນໄຊອັນປະເສີດແດ່ ຄະນະນໍາກອງບັນຊາການທະຫານແຂວງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ນໍາພາ-ຊີ້ນໍາພາກອງບັນຊາການທະຫານແຂວງຫຼວງນໍ້າທາ ໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ, ອວຍພອນໄຊມາຍັງບັນດາພະນັກງານ-ນັກຮົບທົ່ວທະຫານແຂວງ ແລະ ແຂກທີ່ໄດ້ມາຮ່ວມໃນພິທີ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ອັນມີກຽດ, ພ້ອມກັນຕ້ອນຮັບປີໃໝ່ດ້ວຍຈິດໃຈເບີກບານມ່ວນຊື່ນ ແລະ ເດີນທາງໄປມາຫາສູ່ກັນດ້ວຍຄວາມປອດໄພ.
ຂ່າວ, ພາບ: ບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ