ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ປະກາດການແຕ່ງຕັ້ງຂັ້ນຮອງຫົວໜ້າພະແນກການ
ເວລາອອກຂ່າວ: 2024-04-23 14:44:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1844 | ຄວາມນິຍົມ:



ວັນທີ23 ເມສາ 2024 ນີ້, ກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ ໄດ້ ປະກາດແຕ່ງຕັ້ງຂັ້ນຮອງຫົວໜ້າພະແນກສັດຕະວະແພດ ແລະ ຄົ້ນຄວ້າວິໄຈຂອງກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ. ສະຫາຍ ພັນເອກ ບຸນນໍາ ບຸນນະດີ ຮອງຫົວໜ້າກົມຜະລິດກະສິກໍາກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍແຕ່ງຕັ້ງຂັ້ນຮອງຫົວໜ້າພະແນກສັດຕະວະແພດ ແລະ ຄົ້ນຄວ້າວິໄຈຂອງກົມຜະລິດກະສິກໍາກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ, ສະບັບເລກທີ 43/ສພຊ, ລົງວັນທີ14 ມິຖຸນາ 2018 ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການນໍາສະເໜີຂອງກົມໃຫຍ່ພະລາທິການກອງທັບ, ສະບັບເລກທີ 260 ລົງວັນທີ 05 ມີນາ 2024, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງກົມພະນັກງານ, ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ພັນຕີ ບຸນທັນ ມາດມາລາທອນ ເປັນ ຮອງຫົວໜ້າພະແນກສັດຕະວະແພດ ແລະ ຄົ້ນຄວ້າວິໄຈ ຂອງກົມຜະລິດກະສິກໍາກົມໃຫຍ່ພະລາທິການກອງທັບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ປະທານພິທີ, ກໍໄດ້ໃຫ້ກຽດໂອ້ລົມຕໍ່ນາຍທະຫານຜູ້ທີ່ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ໃນຄັ້ງນີ້, ເຊິ່ງການປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໃນຄັ້ງນີ້, ແມ່ນເປັນການບູລະນະປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໃນການເຄື່ອນໄຫວເຮັດວຽກງານໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ທັງເປັນການມອບໝາຍໜ້າທີ່ໃຫ້ພະນັກງານປະຕິບັດຕາມທິດຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເພື່ອສ້າງເງື່ອນໄຂໃຫ້ພະນັກງານຜູ້ສືບທອດປ່ຽນແທນ. ສົ່ງຂ່າວວັນທີ 23/4/2024 ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ