
ນັກເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 11 ປີ ເຂົ້າຮ່ວມຊີງໄຊລະດັບນານາຊາດ ລາຍການ TAR 2024
ເວລາອອກຂ່າວ: 2024-04-24 09:18:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:
WIG NAGA (ດັບເບີນຢູໄອຈີ ນາຄາ) ເປັນສະໂມສອນໜຶ່ງດຽວ ຈາກປະເທດລາວ ແລະ ເປັນທີມທຳອິດຈາກລາວທີ່ໄດ້ເຂົ້າຮ່ວມແຂ່ງຂັນໃນລາຍການ TAR 2024 ນີ້, ພາຍຫຼັງຍາດໄດ້ແຊັມຮອບຄັດເລືອກໃນທ້າຍປີຜ່ານມາ ທີ່ປະເທດໄທ ຍາດໄດ້ສິດເປັນຕົວແທນທະວີບອາຊີ ໂດຍຈະໄດ້ພົບກັບສະໂມສອນຊັ້ນນຳຈາກເຈົ້າພາບ ແລະ 10 ກວ່າປະເທດທີ່ເຂົ້າຮ່ວມຊີງໄຊລາຍການດັ່ງກ່າວ.
ຂະນະນີ້ WIG NAGA (ດັບເບີນຢູໄອຈີ ນາຄາ) ແມ່ນມີຄວາມພ້ອມແລ້ວ ພາຍຫຼັງໄດ້ດຳເນີນການເຝິກຊ້ອມເປັນປົກກະຕິເກືອບທຸກມື້ ນັບຕັ້ງແຕ່ປີ 2023 ເປັນຕົ້ນມາ ແລະ ໄດ້ໄປເກັບຕົວເຝິກຊ້ອມທີ່ ສະໂມສອນ ໃຈຟ້າ ອະຄາເດມີ້ ເຊິ່ງເປັນສະໂມສອນບານເຕະເຍົາວະຊົນອັນດັບ 1 ຂອງປະເທດໄທ ຕັ້ງແຕ່ວັນທີ 15 ເມສານີ້.
ສຳລັບ ເປົ້າໝາຍເບື້ອງຕົ້ນ ຂອງທີມ ຈະພະຍາຍາມເຮັດໜ້າ ທີ່ໃຫ້ດີທີ່ສຸດ ພ້ອມທັງເກັບກ່ຽວປະສົບການຈາກເວທີເອີຣົບໃຫ້ໄດ້ຫຼາຍທີ່ສຸດ, ເປົ້າໝາຍຕໍ່ມາຈະພະຍາຍາມສູ້ຊົນຜ່ານເຂົ້າສູ່ຮອບເລິກໆໃຫ້ໄດ້.
ການແຂ່ງຂັນເຕະບານເຍົາວະຊົນລາຍການ TAR 2024 ຮອບສຸດທ້າຍ ມີ 50 ທີມຈາກ 12 ປະ ເທດເຂົ້າຮ່ວມເຊັ່ນ: ສະຫະລັດ ອາເມຣິກາ, ອຽກລັງ, ສະໂລວາ ກີ, ເກຣັກ, ມອນໂດວີ, ກົ່ວຊີ, ຝຣັ່ງ, ແຟັງລັງ, ຈາໄມກ້າ, ສປປ ລາວ, ໄທ ແລະ ແອັດສະປາຍ ເຈົ້າພາບ.
ໂດຍ U-11 WIG NAGA (ດັບເບີນຢູໄອຈີ ນາຄາ)ຖືກຈັດຢູ່ກຸ່ມ H ຮ່ວມກັບທີມ ຣຽວ ເບຕິສ ທີມດັງຈາກແອັດສະປາຍ, VIC Riuprimer Refo, JABAC Terrassa ແລະ Vilassar De Mar ອີກ 3 ທີມຈາກເຈົ້າພາບ, ສ່ວນເຈົ້າພາບ ບາເຊໂລນາ ທີມເຕັງ 1 ຢູ່ກຸ່ມ E ແລະ ອີກ 1 ຕົວເຕັງ ຣຽວ ມາດຣິດ ຢູ່ກຸ່ມ A. ລາຍການນີ້ ຮອບສຸດທ້າຍ 50 ສະໂມສອນ ແບ່ງອອກເປັນ 10 ກຸ່ມ, ກຸ່ມລະ 5 ທີມ.
ເມື່ອເດີນທາງເຖິງແອັດສະປາຍສະໂມສອນ WIG Naga (ດັບເບີນຢູໄອຈີ ນາຄາ) ຈະໄດ້ ເຕະອຸ່ນເຄື່ອງ 3 ນັດໃນວັນທີ 24-26 ເມສານີ້ ກັບ 3 ສະໂມສອນຈາກປະເທດເຈົ້າພາບ ແລະ ຝຣັ່ງ ກ່ອນການລົງແຂ່ງຂັນຕົວຈິງໃນວັນທີ 27 ເມສາ 5 ນັດລວດ ໃນຮອບແບ່ງກຸ່ມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ