ມອບ-ໂອນ ພະນັກງານທີ່ໄດ້ຮັບນະໂຍບາຍອຸດໜູນບໍານານໃຫ້ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2024-04-24 13:47:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1410 | ຄວາມນິຍົມ:
ວັນທີ23 ເມສາ 2024 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ໂອນພະນັກງານທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ, ລະຫວ່າງ ພະແນກນະໂຍບາຍກົມໃຫຍ່ເສນາທິການກອງທັບ ກັບ ກອງບັນຊາການທະຫານແຂວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ເຂົ້າຮ່ວມມີ ສະຫາຍ ພັນໂທ ນິດທຳ ມັນລັນດອນ ຮອງຫົວໜ້າຫອ້ງການເມືອງກອງບັນຊາການທະຫານແຂວງວຽງຈັນ, ຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານບໍານານເຂົ້າຮ່ວມ. ໂດຍອີງຕາມກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ແລະ ອີງຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ກົມໃຫຍ່ເສນາທິການກອງທັບ ພັກການຮັບບໍານານ, ເພື່ອສະດວກໃນການຄຸ້ມຄອງພະນັກງານທີ່ໄດ້ຮັບບໍານານ ດັ່ງນັ້ນຫອ້ງການເມືອງກົມໃຫຍ່ເສນາທິການກອງທັບ ຂໍມອບ-ໂອນເອກະສານ ພ້ອມດ້ວຍຜູ້ກ່ຽວໄປຂຶ້ນກັບກອງບັນຊາການທະຫານແຂວງວຽງຈັນ ທັງໝົດມີ 04 ສະຫາຍຄື: ພັນໂທ ບຸນແຍງ ທຸມມະວັນ, ພັນໂທ ສິງທອງ ແພງປະເສີດ, ພັນໂທ ບຸນທຽມ ໄຊຍະລອດ, ພັນໂທ ບຸນຫຼາຍ ຄຳວົງສາ, ທັງ 04 ສະຫາຍນີ້ ໃຫ້ເຂົ້າບັນຊີກິນເງິນເດືອນ ງວດ II, ປີ 2024 ເປັນຕົ້ນໄປ. ຈາກນັ້ນກໍ່ໄດ້ເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ ໂດຍການມອບຂອງ ສະຫາຍ ພັນເອກ ເທບພະພອນ ຫອມດີ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ນິດທຳ ມັນລັນດອນ ພ້ອມດ້ວຍທັງສອງຝ່າຍຮ່ວມເປັນ ສັກຂີພະຍານ.
ໂດຍ: ສຸວັນໂນ ອາດຊະນະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ