ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ປະກາດການອະນຸມັດໃຫ້ນາຍທະຫານພັກການ ແລະ ແຕ່ງຕັ້ງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 702
ເວລາອອກຂ່າວ: 2024-04-24 13:49:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1548 | ຄວາມນິຍົມ:



ປະກາດການອະນຸມັດໃຫ້ນາຍທະຫານພັກການ ແລະ ແຕ່ງຕັ້ງຄະນະພັກ-ຄະນະບັນຊາ 702 ກອງບັນຊາການທະຫານອາກາດ ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2024ນີ້, ຢູ່ທິີ່ສະໂມສອນກອງພັນໃຫຍ່ 702 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ຕາງໜ້າກົມພະນັກງານ ກົມໃຫຍ່ການເມືອງ, ຄະນະພັກ-ຄະນະບັນຊາ 702, ພະແນກພະນັກງານ, ກົມກອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸຍາດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານອາກາດ ພັກການເພື່ອກຽມຮັບບຳນານ ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ) ໃນພາກທີ II ໝວດທີ4 ມາດຕາ 26 ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ ອິງຕາມການສະເໜີຂອງກອງບັນຊາການທະຫານອາກາດ ແລະ ການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຕົກລົງ ອະນຸຍາດໃຫ້ ພັນເອກ ສີວິໄລພົງ ເພົ້າວິໄລ ຫົວໜ້າການເມືອງ ກອງພັນໃຫຍ່ 702 ແລະ ພັນເອກ ດາວອ່ອນ ພອນປະເສີດ ຮອງຫົວໜ້າການເມືອງກອງພັນໃຫຍ່, ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 702. ພ້ອມດຽວກັນນີ້,ໃນພິທີການກໍໄດ້ຜ່ານຂໍ້່ຕົກລົງແຕ່ງຕັ້ງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 702 ກອງບັນຊາການທະຫານອາກາດ ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ພັນໂທ ສີແພງ ດວງທິໄຊ ເປັນຫົວໜ້າການເມືອງ ແລະ ພັນໂທ ອິງທອງ ວົງສົມພັນ ເປັນຮອງຫົວໜ້າການເມືອງ ກອງພັນໃຫຍ່702 ທັງເປັນຫົວໜ້າພະແນກການເມືອງ. ໂອກາດນີ້, ສະຫາຍປະທານ ກໍໄດ້ໂອ້ລົມຫຼາຍບັນຫາທີ່ສໍາຄັນ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ພ້ອມກັນສືບຕໍ່ຄົ້ນຄວ້າບັນດາແນວທາງນະໂຍບາຍ, ມະຕິພັກ, ຂໍ້ກຳນົດກົດລະບຽບ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ສືບຕໍ່ນໍາພາກົມກອງຂອງຕົນດໍາເນີນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ທົ່ວເຖິງ ທຸກເປົ້າໝາຍດ້ວຍຫຼາຍຮູບການ ແລະ ເຮັດເປັນປະຈຳ, ເພີ່ມທະວີການເປັນເຈົ້າການຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ,ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນໃນໝູ່ຄະນະ, ເຝິກຝົນຫຼໍ່ຫຼອມຕົນເອງເພື່ອຍົກສູງຄຸນນະພາບວຽກງານຮອບດ້ານຂອງຕົນ ເພື່ອພັດທະນາກົມກອງ, ອົງການຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ໂດຍ:ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ