
ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ, ອຸດໜູນ-ບໍານານຢູ່ທະຫານແຂວງສາລະວັນ
ເວລາອອກຂ່າວ: 2024-04-24 13:50:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1568 | ຄວາມນິຍົມ:
ໃນວັນທີ23 ເມສາ 2024 ນີ້, ໄດ້ຈັດພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ, ອຸດໜູນ-ບໍານານ ໃຫ້ນາຍ ແລະ ພົນທະຫານ ທົ່ວກອງບັນຊາການທະຫານແຂວງສາລະວັນ ຂື້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຂອງຕົນ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ຄະນະພັກ-ຄະນະບັນຊາກອງພັນລວມ, ກອງຮ້ອຍເອກະລາດ, ໂຮງຮຽນ, ໂຮງໝໍ ແລະ ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໜ່ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສຸລິພອນ ດວງມາລາ ຫົວໜ້າພະແນກພະນັກງານໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍ: ການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ຢູ່ກອງບັນຊາການທະຫານແຂວງສາລະວັນ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ14 ມິຖຸນາ 2018 ໃນພາກທີ II ໝວດ III, ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ, ອີງຕາມ ການຄົ້ນຄວ້ານຳສະເໜີຂອງກົມພະນັກງານກົມໃຫຍ່ການເມືອງກອງທັບ. ສະນັ້ນ, ຈຶ່ງໄດ້ເຫັນດີຕົກລົງເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງສາລະວັນມີດັ່ງນີ້: ຊັ້ນ ຮ້ອຍເອກ ຂຶ້ນ ຊັ້ນ ພັນຕີ 19 ສະຫາຍ ຍິງ 5 ສະຫາຍ, ຊັ້ນ ຮ້ອຍໂທ ຂຶ້ນ ຊັ້ນ ຮ້ອຍເອກ 36 ສະຫາຍ ຍິງ 9 ສະຫາຍ, ຊັ້ນ ຮ້ອຍຕີ ຂຶ້ນ ຊັ້ນ ຮ້ອຍໂທ 77 ສະຫາຍ ຍິງ 6 ສະຫາຍ, ຊັ້ນ ວາທີ ຂຶ້ນ ຊັ້ນ ຮ້ອຍຕີ 56 ສະຫາຍ ຍິງ 4 ສະຫາຍ, ອຸດໜູນ 5 ສະຫາຍ ຍິງ 2 ສະຫາຍ, ບໍານານ 10 ສະຫາຍ,
ໃນຕອນທ້າຍພິທີ, ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍທີ່ໄດ້ຮັບຊັ້ນໃໝ່ ຈົ່ງພ້ອມກັນເອົາໃຈໃສ່ໃນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ປັບປຸງແບບແຜນວິທີນໍາພາ-ບັນຊາ, ແບບແຜນວິທີເຮັດວຽກ, ການດໍາລົງຊີວິດ ແລະ ການເປັນຢູ່ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ ແລະ ແທດເໝາະກັບສະພາບຄວາມເປັນຈິງເພື່ອປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຂຶ້ນເລື້ອຍໆ.
ໂດຍ : ບຸນກອງ ຄໍາປະສົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ