
ການແຂ່ງຂັນບານເຕະເຍົາວະຊົນ ບີໄອເອັດ ຊຸບເປີ ຄັບ 2024 ຈະເລີ່ມເປີດສາກຂຶ້ນໃນທ້າຍເດືອນເມສານີ້
ເວລາອອກຂ່າວ: 2024-04-26 09:52:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 559 | ຄວາມນິຍົມ:
ກຽມຊົມ-ກຽມເຊຍ ການແຂ່ງຂັນກິລາບານເຕະເຍົາວະຊົນ U-11 ແລະ U-14 ລາຍການ ບີໄອເອັດ ຊຸບເປີ ຄັບ 2024 ຫຼື BIS SUPER CUP 2024 (ບານເດີ່ນນ້ອຍ) ເຊິ່ງເປັນອີກໜຶ່ງລາຍ ການລະດັບຊາດ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 27-28 ເມ ສາ 2024 ນີ້, ທີ່ສະໜາມກິລາບານເຕະຫຍ້າທຽມ ສະຖາບັນບຸນເກີດ ສຶກສາເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍລາຍການເຕະບານດັ່ງກ່າວຈະມີ 19 ສະໂມສອນ ໃນທົ່ວປະ ເທດເຂົ້າຮ່ວມຊີງໄຊ.
ສຳລັບ U-11 ແລະ U-14 ມີທີມເຂົ້າຮ່ວມຮຸ່ນລະ 16 ທີມ ແຕ່ລະຮຸ່ນແບ່ງອອກເປັນ 4 ກຸ່ມ ກຸ່ມລະ 4 ທີມ. ກະຕິກາການແຂ່ງຂັນແມ່ນພົບກັນໝົດທຸກທີມຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ.
ລາງວັນຊະນະເລີດແຕ່ລະລາຍການຂອງທັງສອງຮຸ່ນ ສຳ ລັບ ອັນດັບທີ 1 ຈະໄດ້ຮັບຂັນແຊັມ, ຫຼຽນຄຳ, ອັນດັບທີ 2 ຈະໄດ້ຮັບຫຼຽນເງິນ, ອັນດັບທີ 3 ຈະໄດ້ຮັບຫຼຽນທອງ ແລະ ອັນດັບທີ 4 ຈະໄດ້ຮັບຫຼຽນທີ່ລະນຶກ ການແຂ່ງຂັນແມ່ນຈະເລີ່ມຕັ້ງແຕ່ 08:00 ໂມງ ເຊົ້າຂອງວັນທີ 27 ເປັນຕົ້ນໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ