ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ສະໂມສອນ ອິນ​ທະ​ສອນ ສ້າງ​ຜົນງານ​ເດັ່ນ​ ຍາດ​ໄດ້​ແຊັມ​ບານສົ່ງ​ຫາດ​ຊາຍ ທີ່​ ແຂວງ​ຫຼວງ​ພະ​ບາງ
ເວລາອອກຂ່າວ: 2024-04-26 09:53:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 555 | ຄວາມນິຍົມ:



ສະໂມສອນ ອິນ​ທະ​ສອນ ເຊິ່ງ​ເປັນ​ສະໂມສອນ ບ້ານ​ເກີດ ທີ່​ແຂວງ​ຫຼວງ​ພະ​ບາງ ສ້າງ​ຜົນ ງານ​ພົ່ນ​ເດັ່ນ​ອີກ​ແລ້ວ ຍາດ​ໄດ້​ແຊັມ​ກິລາ​ບານສົ່ງ​ຫາດ​ຊາຍ ລາຍການ ຫຼວງ​ພະ​ບາງ ຄັບ 2024. ຂະນະ​ທີ່​ແຊັມ​ປະເພດ​ຍິງ ເປັນ​ຂອງ ສາວ​ຕຳຫຼວດ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງລາຍການ​ດັ່ງກ່າວ ຈັດຂຶ້ນ ອາທິດ​ທີ່​ຜ່ານ​ມາ, ຈຸດປະສົງ​ເພື່ອ​ສ້າງ​ຂະ​ບວນ​ການ​ສະເຫຼີມ ສະຫຼອງ​ປີ​ທ່ອງ​ທ່ຽວ​ລາວ ປີ 2024 ແລະ ງານ​ບຸນ​ສົງການ ປີ​ໃໝ່​ລາວ ​ພສ 2567 ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ເບີກ​ບານ​ມ່ວນຊື່ນ. ໂດຍ​ມີ​ການ​ກຳນົດ​ເງື່ອນໄຂ​ນັກ​ກິລາ​ຕ່າງ​ແຂວງ ຫຼື ຄົນ​ຕ່າງ ປະເທດ ຕະຫຼອດ​ຮອດ​ທີມ​ຊາດ ສາມາດ​ລົງ​ເດີ່ນ​ໄດ້ ແຕ່​ຕ້ອງ​ຈັບ​ຄູ່​ກັບ​ນັກ​ກິລາ​ທີ່​ເກີດ​ໃນ​ແຂວງ​ດັ່ງກ່າວ​ໄດ້​ເທົ່າ​ນັ້ນ. ລາຍການ​ດັ່ງກ່າວ​ລວມ​ມີ: ທີມ​ຊາຍ​ມີ 15 ທີມ ແລະ ຍິງ 5 ທີມ. ລາງວັນ​ຊະນະ​ເລີດ​ທັງ​ຍິງ-ຊາຍ ໄດ້​ຮັບ​ຂັນ​ແຊັມ ແລະ ເງິນສົດ​ທີມ​ລະ 2 ລ້ານ​ກີບ, ຮອງ​ແຊັມ ໄດ້​ຮັບ​ເງິນ​ລາງວັນ​ທີມ​ລະ 1,5 ລ້ານ​ກີບ, ອັນ​ດັບ​ທີ 3 ໄດ້​ຮັບ​ເງິນ​ລາງວັນ​ທີມ​ລະ 1 ລ້ານ​ກີບ ແລະ ອັນ​ດັບ​ທີ 4 ໄດ້​ຮັບ​ເງິນ​ລາງວັນ​ທີມ​ລະ 5 ແສນ​ກີບ. ສະຫຼຸບ​ການ​ແຂ່ງຂັນ ລາຍການ​ດັ່ງກ່າວມີ​ດັ່ງນີ້: ປະເພດ​ຊາຍ, ທີ 1 ອິນ​ທະ​ສອນ 3, ທີ 2 ອິນ​ທະ​ສອນ 1, ທີ 3 ຟ້າ​ສະ​ນັ່ນ, ທີ 4 Killer Flower. ປະເພດ​ຍິງ ທີ 1 ​ ປກສ ແຂວງ​ຫຼວງ​ພະ​ບາງ, ທີ2 Small dream, ທີ 3 Never give up, ທີ 4 MG04.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ