
ຕິ່ງຈຸນຮຸຍ ເສຍໃຫ້ ແຈັກ ລີຊັອບສະກີ້ 9-10 ເຟຣມ ຕົກຮອບທຳອິດ ສະນຸກເກີຊີງແຊັມໂລກ 2024
ເວລາອອກຂ່າວ: 2024-04-29 09:12:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 511 | ຄວາມນິຍົມ:
ຮອບທຳອິດສະນຸກເກີ ຊີງແຊັມໂລກ 2024 ໂດຍການພົບກັນລະຫວ່າງ ຕິ່ງຈຸນຮຸຍ ມື 7 ຂອງລາຍການ ຈາກຈີນ ພົບກັບ ແຈັກ ລີຊັອບສະກີ້ ມື 17 ຈາກເຈົ້າພາບອັງກິດ ຕິ່ງຈຸນຮຸຍພາດທ່າເສຍ ແບບຫວຸດວິດດ້ວຍຄະແນນ 9-10 ເຟຣມ.
ໂດຍຮອບທີສອງ ຫຼື ຮອບ
16 ຄົນສຸດທ້າຍ ລີຊັອບສະກີ້
ໄປພົບກັບ ສະຈ໊ວດ ບິງແຮມ ມື 29 ເພື່ອນຮ່ວມຊາດ ທີ່ເອົາຊະ ນະ ແກຣີ້ ວິວສັນ ມື 10 ອີກໜຶ່ງນັກກິລາຈາກປະເທດເຈົ້າພາບດ້ວຍຄະແນນ 10-5 ເຟຣມ.
ຂະນະທີ່ ມາກ ອາວເລນ ມື 4 ຂອງລາຍການ ຈາກ ອຽກລັງເໜືອ ເອົາຊະນະ ຣັອບບີ້ ວິນລ້ຽມ ມື 45 ຈາກເຈົ້າພາບດ້ວຍຄະແນນ 10-6 ເຟຣມ, ຮອບທີສອງ ລໍຖ້າພົບກັບຜູ້ຊະນະລະຫວ່າງ ຈອນ ຮິກກິ້ນ ມື 13 ຈາກສະກັອດແລນ ຫຼື ເຈມມີ້ ໂຈນ ຈາກເວວ ປັດຈຸບັນ ຮິກ
ກິ້ນ ນຳດ້ວຍຄະແນນ 5-4
ເຟຣມ.
ສ່ວນ ຣອນນີ ໂອຊຸນລີແວນ ແຊັມໂລກ 7 ສະໄໝ ມື 1 ຂອງໂລກ ຈາກປະເທດເຈົ້າພາບ ຂຶ້ນນຳ ແຈັກສັນ ເພດ ມື 43 ຈາກເວວດ້ວຍຄະແນນ 8-1 ເຟຣມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ