
ໄບເອີ ເລເວີຄູເຊັນສະເໜີ ສະຕຸດກ໊າດ 2-2 ປະຕູ
ເວລາອອກຂ່າວ: 2024-04-30 09:25:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 522 | ຄວາມນິຍົມ:
ສະໂມສອນ ໄບເອີ ເລເວີຄູ
ເຊັນ ເປີດບ້ານໄລ່ຕີສະເໝີສະ
ໂມສອນສະຕຸດກ໊າດ 2-2 ປະຕູ ນາທີ 90'+6 ເຮັດໃຫ້ລູກທີມຂອງ ຊາບີ້ ອາລອນໂຊ້ ສືບຕໍ່ພາ ເພີ່ມສະຖິຕິໄຮ້ປະລາໄຊ 46 ນັດຕິດຕໍ່ກັນໃນລະດູການນີ້.
ລະດູການນີ້ ຊາບີ້ ອາລອນໂຊ້ ອາດີດກອງກາງທີມຊາດສະເປນ ແອັສປາຍ ແລະ ສະໂມສອນ ລີ
ເວີພູລ, ຣຽວ ມາດຣິດ ແລະ ບາເຢິນ ມິວນິກ ພາ ໄບເອີ ເລເວີຄູເຊັນ ຟອມດີສຸດໃນປະຫວັດສາດຂອງສະໂມສອນຍັງບໍ່ເສຍໃນລະ
ດູການນີ້ ລວມທຸກລາຍການ 46 ນັດ ຊະນະ 38 ສະເໝີ 8 ຍິງ ໄດ້ 127 ປະຕູ ເສຍ 35 ປະຕູ, ສ້າງປະຫວັດສາດເປັນທີມທີ່ບໍ່ເສຍຕໍ່ເນື່ອງດົນສຸດຂອງເອີຣົບ ທຳລາຍສະຖິຕິຂອງ ຢູເວັນຕຸດ ທີ່ສ້າງໄວ້ 43 ນັດ ລະດູການ 2011-12.
ສະເພາະເກມລີກ ສາມາດ
ຍາດໄດ້ແຊັມມາຄອງ ເຊິ່ງເປັນ
ຄັ້ງປະຫວັດສາດຂອງສະໂມ
ສອນ, ຂະນະທີ່ ຢູໂຣປ້າລີກ ຊະ
ນະ 8 ສະເໝີ 2 ເຂົ້າຮອບ 4 ທີມສຸດທ້າຍ ແລະ DFB-Pokal ເຂົ້າຮອບຊີງຊະນະເລີດ ລຸ້ນແຊັມສະໄໝທີ 2 ໃນຮອບ 31 ປີ ເຊິ່ງຈະຊີງກັບສະໂມສອນ ໄກເຊີສະ
ເລົາເທິນ ທີມໃນລີກອັນດັບສອງ
ຂອງເຢຍລະມັນ ວັນທີ 25 ພຶດ
ສະພາ 2024 ຢູ່ສະໜາມໂອລິມປິກ ໃນນະຄອນຫລວງເບີລິນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ