ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ສະຫຼຸບ​ຜົນ​ການ​ແຂ່ງຂັນ​ບານເຕະເຍົາວະ​ຊົນ ລາຍການ BIS SUPER CUP 2024
ເວລາອອກຂ່າວ: 2024-04-30 09:26:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 490 | ຄວາມນິຍົມ:



ການ​ແຂ່ງຂັນ​ບານເຕະ​ເຍົາ ວະ​ຊົນ (ເດີນ​ນ້ອຍ) ຮຸ່ນ​ອາຍຸ 11 ແລະ 14 ປີ ລາຍການ BIS SUPER CUP 2024 ເຊິ່ງ​ຈັດ ​ຂຶ້ນ​ທີ່ສະໜາມກິລາສະ​ຖາ​ບັນ​ບຸນ​ເກີດ​ສຶກ​ສາ ໃນ​ວັນ​ທີ 28 ເມ ສາ 2024 ທີ່​ຜ່ານ​ມາຜົນ​ການ​ແຂ່ງຂັນ​ປະກົດ​ວ່າ: ຮຸ່ນ​ອາຍຸ 11 ປີ ຊະນະ​ເລີດ ເປັນ​ຂອງສະໂມສອນມາສ​ດ້າ ຈີ​ບີ ເອັບ​ຊີ, ຮອງ​ຊະນະ​ເລີດ ສະໂມສອນ ພົມ​ມະ​ທັດ ເອັບ​ຊີ, ອັນ​ດັບ​ທີ 3 ຮ່ວມສະໂມສອນ ເດັກ​ພວນ ແລະ ສະໂມສອນສະ​ປີດເອັບ​ຊີ, ລາງວັນ​ນັກ​ກິລາ​ດີ ເດັ່ນ​ຕົກ​ເປັນ​ຂອງ ທ້າວ ໄຊ​ປັນຍາ ຈັນທະ​ໂຄດ ສະໂມສອນມາ​​ສ​ດ້າ ຈີ​ບີ ເອັບ​ຊີ, ຜູ້​ຮັກສາ​ປະຕູ​ດີເດັ່ນ​ຕົກ​ເປັນ​ຂອງ ທ້າວ ໄຊ​ຍະ​ສອນ ອິນ​ລີ ສະໂມສອນ ມາ​​ສ​ດ້າ ຈີ​ບີ ເອັບ​ຊີ, ຜູ້ຍິງ​ປະຕູ​ສູງ​ສຸດ​ຕົກ​ເປັນ​ຂອງ ທ້າວ ກຳມະການ ວິໄລ​ພັນ ສະໂມສອນ ມາ​​ສ​ດ້າ ຈີ​ບີ ເອັບ​ຊີ (ຍິງ​ຄົນ​ດຽວ 12 ປະຕູ). ຮຸ່ນ​ອາຍຸ 14 ປີ : ຊະນະ​ເລີດ ເປັນ​ຂອງສະໂມສອນ ວອນ​ທະ​ບິງ ເອັບ​ຊີ, ຮອງ​ຊະນະ​ເລີດສະ ໂມສອນ ນິນ​ຈາ ເອັບ​ຊີ, ອັນ​ດັບ​ທີ 3 ຮ່ວມ ສະໂມສອນ ເອັບ​ຊີ ຕາ​ລັນ ແລະ ສະໂມສອນ ບີ​ໄອ​ເອັດ ເອັບ​ຊີ, ລາງວັນ​ນັກ​ກິລາ​ດີເດັ່ນ ທ້າວ ສິດທິ​ລາດ ຈັນທະ​ມາລີ ສະໂມສອນ ວອນ​ທະ​ບິງ ເອັບ​ຊີ, ຜູ້​ ຮັກສາ​ປະຕູ​ດີເດັ່ນ ທ້າວ ທອງ​ຈັນ ສະໂມສອນ ວອນ​ທະ​ບິງ ເອັບ​ຊີ, ຜູ້ຍິງ​ປະຕູ​ສູງ​ສຸດ ທ້າວ ສິດທິ​ລາດ ຈັນທະ​ມາລີ ສະໂມສອນ ວອນ​ທະ​ບິງ ເອັບ​ຊີ (ຍິງ​ຄົນ​ດຽວ 14 ປະຕູ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ