ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີມອບ - ຮັບເງິນນະໂຍບາຍປ່ຽນແທນໂກຕ້າລົດ
ເວລາອອກຂ່າວ: 2018-11-16 18:15:00 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2018 ນີ້, ຢູ່ກົມນະໂຍບາຍກົມໃຫຍ່ ການເມືອງກອງທັບ ໄດ້ຈັດພິທີ ມອບ-ຮັບເງິນນະໂຍບາຍປ່ຽນ ແທນໂກຕ້າລົດ ປະຈຳປີ 2018 ໃຫ້ພະນັກງານບຳນານປະຕິວັດ ອາວຸໂສເຂົ້າການປະຕິວັດແຕ່ປີ 1954 ຄືນຫຼັງໂດຍການເປັນປະ ທານຂອງທ່ານ ພົນຈັດຕະວາ ວັນ ທອງ ກອງມະນີ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ມີຄະນະກົມນະ ໂຍບາຍ, ຕາງໜ້າ 4 ກົມໃຫຍ່ ແລະ ບັນດາຜູ້ຕາງໜ້າຄອບ ຄົວພະນັກງານອາວຸໂສເຂົ້າ ຮ່ວມ. ທ່ານ ພົນຈັດຕະວາ ສີທາ ດວງ ມາລາ ຫົວໜ້າກົມນະໂຍບາຍ ໄດ້ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການ ປະຕິບັດນະໂຍບາຍໃຫ້ເງິນປ່ຽນ ແທນໂກຕ້າລົດ ປະຈຳປີ 2018 ໂດຍອີງຕາມດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ວ່າ ດ້ວຍການປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ຄຸນງາມ ຄວາມດີໃນພາລະກິດຮັບໃຊ້ ການປະຕິວັດຊາດ ປະຊາທິປະ ໄຕ ແລະ ອີງໃສ່ບັນດາລາຍຊື່ ເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ເງິນປ່ຽນແທນໂກຕ້າລົດຂອງ ກົມນະໂຍບາຍ, ກະຊວງປ້ອງ ກັນປະເທດ. ໃນການມອບ ເງິນນະໂຍບາຍໃນຄັ້ງນີ້ ກໍເພື່ອ ສະແດງເຖິງຄວາມກະຕັນຍູ-ຮູ້ ບຸນຄຸນ ຕໍ່ອະດີດພະນັກງານປະ ຕິວັດຜູ້ທີ່ມີຜົນງານ ໃນພາລະກິດ ຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດ ລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ທີ່ຍອມເສຍສະຫຼະເລືອດເນື້ອ ຂອງຕົນຕໍ່ພາລະກິດຮັບໃຊ້ການ ປະຕິວັດຊາດ ປະຊາທິປະໄຕ ໃນໄລຍະຜ່ານມາ. ເຊິ່ງໃນພິທີ ມອບ-ຮັບນະໂຍບາຍໃນຄັ້ງນີ້ ມີຈຳນວນ 10 ທ່ານ ເປັນຈຳ ນວນເງິນສົດ 750.614.400 ກີບ. ໂອກາດດຽວກັນນີ້ພົນຈັດຕະ ວາ ວັນທອງ ກອງມະນີ ກໍ ໄດ້ໂອ້ລົມຕໍ່ບັນດາຜູ້ຕາງໜ້າ ຄອບຄົວພະນັກງານອາວຸໂສວ່າ ໃນການມອບຮັບເງິນນະໂຍບາຍ ປ່ຽນແທນໂກຕ້າລົດໃນຄັ້ງນີ້ ແມ່ນສະແດງເຖິງຄວາມເອົາໃຈ ໃສ່, ເປັນຫວ່ງເປັນໄຍ ແລະ ຮູ້ບຸນຄຸນຈາກພັກ-ລັດ, ຄະນະກະ ຊວງປ້ອງກັນປະເທດທີ່ມີຕໍ່ບັນ ດາພະນັກງານອາວຸໂສຜູ້ທີ່ໄດ້ ປະກອບສ່ວນໃນພາລະກິດປະຕິ ວັດຜ່ານມາ ພ້ອມນີ້ກໍໄດ້ຮຽກ ຮ້ອງເຖິງບັນດາຜູ້ຕາງໜ້າຮັບ ໃນຄັ້ງນີ້ຕື່ມອີກວ່າ ຈົ່ງພ້ອມກັນ ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງ ນັກຮົບປະຕິວັດ, ເສີມສ້າງ ຄວາມສາມັກຄີອັນເປັນປຶກແຜ່ນ ແໜ້ນໜາ, ຍົກສູງຄວາມເປັນ ແບບຢ່າງນຳໜ້າຕັ້ງໜ້າປະກອບ ສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດ ຊາດໃຫ້ໝັ້ນຄົງຕະຫຼອດໄປ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ