
ຫົວໜ້າການເມືອງ ທະຫານແຂວງຜົ້ງສາລີລົງເຄື່ອນໄຫວກວດກາປ້ອມທະຫານຊາຍແດນລາວ-ຈີນ
ເວລາອອກຂ່າວ: 2024-05-08 14:36:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1216 | ຄວາມນິຍົມ:
ໃນລະຫວ່າງວັນທີ3-4 ພຶດສະພາ 2024 ນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມຄະນະ, ໄດ້ລົງເຄື່ອນໄຫວກວດກາປ້ອມທະຫານຊາຍແດນລາວ-ຈີນ, ມີພະແນກການກ່ຽວຂ້ອງ, ບໍລິສັດຮັບເໝົາກໍ່ສ້າງ ແລະ ຄະນະກອງຮ້ອຍທະຫານຊາຍແດນ111, 112, 113 ແລະ ພາກສ່ວນທີ່ປະຈໍາຢູ່ປ້ອມເຂົ້າຮ່ວມ.
ໂຄງການກໍ່ສ້າງປ້ອມທະຫານຊາຍແດນຈໍານວນ6 ປ້ອມຂອງກອງບັນຊາການທະຫານແຂວງຜົ້ງສາລີຄື: ປ້ອມລີສານມໍ, ປ້ອມປາຈ່າ (ຂຶ້ນກັບຄໍ111) ປ້ອມຍອດບຸນ, ປ້ອມຍາເຄີ (ຂຶ້ນກັບຄໍ112), ປ້ອມຈ່າຄໍາແດງ ແລະ ປ້ອມນໍ້າຮອຍ (ຂຶ້ນກັບຄໍ113), ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດແຕ່ກາງເດືອນມິຖຸນາ 2023 ທີ່ຜ່ານມາ, ຮອດຕົ້ນເດືອນເມສາ 2024 ນີ້ ແມ່ນສໍາເລັດ 100%, ເຊິ່ງເປັນໂຄງການຊ່ວຍເຫຼືອລ້າຈາກສູນການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ໂຄງການດັ່ງກ່າວໄດ້ຈັດພິທີມອບ-ຮັບ, ໃນວັນທີ15 ມີນາ 2024 ທີ່ຜ່ານມາລະຫວ່າງກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກັບສູນການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ມອບໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ ເປັນຜູ້ຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຕົວຈິງ; ເຊິ່ງປະກອບມີ: ເຮືອນນອນພ້ອມຫ້ອງການເຮັດວຽກແບບຖາວອນ 01 ຫຼັງ, ເຮືອນຄົວ-ເຮືອນກິນເຂົ້າ 01 ຫຼັງ, ຫ້ອງນໍ້າ 01 ຫຼັງ. ເພື່ອເຮັດໜ້າທີ່ຄຸ້ມຄອງ-ປົກປ້ອງຊາຍແດນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຂອງສອງປະເທດລາວ-ຈີນ ໃຫ້ກາຍເປັນຊາຍແດນສັນຕິພາບທີ່ຍືນຍົງ ແລະ ເປັນຊາຍແດນມິດຕະພາບ.
ໃນໂອກາດທີ່ລົງເຄື່ອນໄຫວກວດກາປ້ອມທະຫານຊາຍແດນໃນຄັ້ງນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ໂອ້ລົມຕໍ່ນາຍ ແລະ ພົນທະຫານທີ່ປະຈໍາການເຮັດໜ້າທີ່ຢູ່ຊາຍແດນຕ້ອງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເອົາໃຈໃສ່ໃນການເຄື່ອນໄຫວ ເຮັດໜ້າທີ່ຕາມພາລະບົດບາດ, ສິດ, ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ຍົກສູງການພົວພັນຮ່ວມມືກັບອໍານາດການປົກຄອງທ້ອງຖິ່ນທີ່ຕົນອາໃສຢູ່, ປະສານສົມທົບ, ແລກປ່ຽນຂໍ້ມູນຂ່າວສານ, ເພື່ອສະດວກໃນການເຄື່ອນໄຫວລາດຕະເວນເຮັດໃຫ້ສະພາບຊາຍແດນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມກັນນັ້ນຍັງໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານຕ້ອງໄດ້ມີການເພີ່ມພູນຜະລິດຜົນສ້າງພະລາທິການກັບທີ່ຕາມເງື່ອນໄຂຈຸດພິເສດຂອງແຕ່ລະກົມກອງເປັນຕົ້ນແມ່ນການປູກ-ການລ້ຽງ, ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານນັກ-ຮົບທີ່ປະຈໍາຢູ່ຊາຍແດນມີມີຊີວິດການເປັນຢູ່ທີ່ດີຂຶ້ນ, ພ້ອມກັນປົກປັກຮັກສາອາຄານ, ສະຖານທີ່ຄ້າຍຄູໃຫ້ສະອາດຈົບງາມ ແລະ ນໍາໃຊ້ໄດ້ຍາວນານ.
ຂ່າວ, ພາບ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ