ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ພະ​ແນກ​ສະຫະພັນ​ແມ່ຍິງ ​ກມທ ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ຂໍ້​ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2024-05-16 10:12:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 660 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ຂໍ້​ແຂ່ງຂັນ 3 ດີ ໄລຍະ 4 ​ປີ (2021-2024) ແລະ ວາງ​ທິດ​ທາງ​ແຜນການ 5 ປີ ຕໍ່ໜ້າ ປີ 2025-2029 ຂອງ​ພະ​ແນກ​ສະຫະພັນ​ແມ່ຍິງ​ກົມ​ໃຫຍ່​ການເມືອງ​ກອງທັບ (​ກມທ) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ພຶດສະພາ​ນີ້ 2024 ນີ້, ໂດຍ​ການເປັນ​ປະທານ​ຂອງສະຫາຍ ພັນ​ເອກ ນາງ ໄພ​ວອນ ອິນ​ທະ​ບຸດ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ, ມີ​ຄະນະພັກ-ຄະນະ​ບັນຊາ​ບັນດາ​ກົມ, ຫ້ອງການ, ກອງ, ຄະນະ​ນຳ​ສະຫະພັນ​ແມ່ ຍິງ​ບັນດາ​ຮາກ​ຖານ, ໜ່ວຍພ້ອມ​ດ້ວຍ​ສະມາຊິກ​ສະຫະພັນ​ແມ່ຍິງ​ທົ່ວ​ ກມທ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ມະໂນ​ລັກ ປັນຍາ​ທອງ ຫົວໜ້າ​ພະ​ແນກ​ສະຫະພັນ​ ແມ່ຍິງ ກມທ ໄດ້​​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ຂໍ້​ແຂ່ງຂັນ 3 ດີ ໄລຍະ 4 ປີ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຄະນະ​ນຳ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນ​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ປຸກລະດົມ​ສະມາຊິກ​ແມ່ຍິງ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ​ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ​ກວ້າງຂວາງ ໂດຍ​ຕິດ​ພັນ​ກັບ​ຂະ​ບວນ​ການເຄື່ອນໄຫວ​ວຽກ​ງານ​ຕົວ​ຈິງ​ຂອງ​ແຕ່​ລະ​ກົມ​ກອງ, ຕິດ​ພັນ​ກັບ​ການຈັດຕັ້ງຜັນ​ຂະຫຍາຍ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ຄຽງ​ຄູ່​ກັບ​ການຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດ ທະນາ, ຮູ້​ໝູນ​ໃຊ້​ຢ່າງ​ສອດຄ່ອງ ແລະ ປະດິດ​ສ້າງ ວິທີ​ການຈັດຕັ້ງ​ປະຕິບັດ​ແທດເໝາະ​ກັບ​ສະພາບ​ແວດ​ລ້ອມ​ຂອງ​ກົມ​ກອງ ແລະ ແຕ່​ລະ​ຂະແໜງການ, ພ້ອມ​ທັງ​ມີ​ການ​ຊຸກຍູ້, ຕິດຕາມ​ກວດກາ ແລະ ປະ​ເມີນ​ຜົນ​ໄດ້​ຮັບ​ເປັນ​ແຕ່​ລະ​ໄລຍະ, ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ​ສາມາດ​ຕີ​ລາຄາ ແລະ ຮັບຮອງ​ ເອົາ​ໄດ້​ສະມາຊິກ​ແມ່ຍິງ 3 ດີ​ປະເພດ I ກວມ​ເອົາ 80,44%, ປະເພດ II ກວມ​ເອົາ 15,97%, ເປັນ​ພົນລະເມືອງ​ດີ​ກວມ​ເອົາ 99,77%, ພັດທະນາ​ດີ​ກວມ​ເອົາ 96,87%, ຄອບຄົວ​ດີ​ກວມ​ເອົາ 99,68%, ມີ​ບຸກຄົນ​ຕົວ​ແບບ 4 ສະຫາຍ, ຄອບຄົວ​ຕົວ​ແບບ 7 ຄອບຄົວ ແລະ ພະ​ແນກ, ຮາກ​ຖານ, ໜ່ວຍ​ແມ່ຍິງ 3 ດີ ຈຳນວນ 39 ຫົວໜ່ວຍ ແລະ ກົມ​ກອງ​ນຳພາ-ຊີ້ນໍາ​ດີເດັ່ນ​ຈຳນວນ 35 ກົມ​ກອງ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ນາງ ໄພ​ວອນ ອິນ​ທະ​ບຸດ ​ໄດ້​ໂອ້​ລົມ ແລະ ເນັ້ນ​ໜັກ​ຄະນະ​ນຳ​ແມ່ຍິງ​ແຕ່​ລະ​ຂັ້ນ ສືບຕໍ່​ສຶກ​ສາ​ອົບຮົມ​ການເມືອງ-​ນຳພາ​ແນວ​ຄິດ​ໃຫ້ສະມາຊິກແມ່ຍິງຢ່າງ​ເລິກເຊິ່ງ​ ເນື່ອງນິດ​ລຽນຕິດ, ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການເມືອງ​ໃຫ້​ສູງ​ບົນ​ພື້ນຖານ​ແນວທາງ​ນະໂຍບາຍ, ມະຕິ​ຄຳ​ສັ່ງ​ຕ່າງໆ​ຂອງ​ພັກ-ກົດໝາຍ​ຂອງ​ລັດ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ ແລະ ພັດທະນາ​ອົງ​ການຈັດຕັ້ງ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ເປັນ​ເຈົ້າ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ເອົາໃຈໃສ່​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ດ້ານ​ຕ່າງໆ​ໃຫ້​ຖັນ​ແຖວ​ສະມາຊິກ​ແມ່ຍິງ​ໃນ​ກອງທັບ​ໃຫ້​ສູງ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ