ກອງພົນທີ 5 ສະຫຼຸບຖອດຖອນບົດຮຽນວຽກງານກົດໜາຍ
ເວລາອອກຂ່າວ: 2024-05-17 08:47:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 536 | ຄວາມນິຍົມ:
ໃນວັນທີ 14 ພຶດສະພາ 2024, ກອງພົນທີ 5 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກົດໝາຍ ລະ ຫວ່າງ ພະແນກກົດໝາຍ ກອງພົນທີ 5 ກັບ ກົມກົດໝາຍກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄຳສິງ ຫົວໜ້າການເມືອງ ກອງພົນທີ 5, ມີ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ພະ ແນກການ ແລະ ພະນັກງານຈາກກົມກົດໝາຍເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຮຽງ ໄຊສະຫວັດ ຫົວໜ້າພະແນກກົດໝາຍ ກອງພົນທີ 5 ໄດ້ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ. ພະແນກກົດໝາຍໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ຢູ່ບັນດາອົງການ, ກົມກອງ ເພື່ອປຸກລະດົມຊຸກຍູ້ທາງດ້ານແນວຄິດຈິດໃຈ ຂອງນາຍ ແລະ ພົນທະຫານ ໃນທົ່ວກອງພົນໃຫ້ໄດ້ຮັບຮູ້ເຊື່ອມຊຶມ ຕໍ່ແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືຂໍ້ກຳນົດ, ກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ, ມີສະຕິເຄົາລົບກົດໝາຍ, ນັບຖືຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນຖັນແຖວກອງທັບ; ພ້ອມນີ້, ພະແນກກົດໝາຍ ໄດ້ແຈກຢາຍເອກະສານກົດໝາຍໃຫ້ຫົວໜ່ວຍກົມກອງ 370 ຫົວ, ເຜີຍແຜ່ເອກະສານ 78 ຄັ້ງ ມີຜູ້ເຂົ້າຮ່ວມ 9.453 ເທື່ອຄົນ, ຍິງ 288 ເທື່ອຄົນ.
ສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄຳສິງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານການເຄື່ອນໄຫວຂອງພະແນກການ ກໍຄືກົມກົດໜາຍທີ່ໄດ້ຊີ້ນຳຢ່າງເປັນປົກກະຕິ ເຮັດໃຫ້ວຽກງານສຳເລັດໄປດ້ວຍດີ ພ້ອມທັງ, ໄດ້ເນັ້ນໜັກໃຫ້ພະ ແນກການ ຕ້ອງໄດ້ເອົາໃຈໃສ່ ປະຕິບັດຕາມຄຳຂວັນທີ່ວ່າ 6 ຫຼັກ ການ 4 ຂັ້ນຕອນ 4 ຮັບປະກັນ ໃນການເຮັດໜ້າທີ່ໃຫ້ເຂັ້ມງວດ ຖືກຕ້ອງ ແລະ ໃຫ້ປະກົດຜົນເປັນຈິງ ພ້ອມນັ້ນ ຕ້ອງກຳແໜ້ນທີ່ຕັ້ງພາລະບົດບາດ ໜ້າທີ່ ຄວາມຮັບຜິດຊອບຂອງຕົນໃຫ້ສູງ, ເປັນແບບຢ່າງໃນການປະຕິບັດວຽກງານຂອງຕົນ ໄປພ້ອມໆກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ