ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 497 ສະຫຼຸບ​ການ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ແລະ ວຽກ​ງານ​ກຸ່ມ​ທ້ອນ​ເງິນ​ພັດທະນາ
ເວລາອອກຂ່າວ: 2024-05-17 08:49:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 780 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ຂະແໜງການ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 497 ໄດ້​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ແລະ ວຽກ​ງານ​ກຸ່ມ​ທ້ອນ​ເງິນ​ພັດ ທະນາ ໄລຍະ 4 ປີ ແລະ ວາງ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ນາງ ຫຼ້າ ຄຸນ​ນະ​ວົງສາ ຮອງ​ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ, ສະຫາຍ ພັນ​ໂທ ນາງ ແຕ່ງ​ຄຳ ສີ​ສົມ​ພອນ ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ, ມີ​ຄະນະ​ພັກ-ຄະນະ​ບັນຊາ ​ຜູ້​ຊີ້​ນຳ​ອົງການ​ຈັດ​ມະຫາຊົນ ພະແນກການ, ກົມ​ກອງ ຕະຫຼອດ​ຮອດ​ສະມາຊິກ​ສະຫະພັນ​ແມ່ຍິງ ທົ່ວ​ກອງພັນ​ໃຫຍ່ 497 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ແຕ່ງ​ຄຳ ສີ​ສົມ​ພອນ ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 497 ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ຜ່ານ​ການຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ຂໍ້​ແຂ່ງຂັນ 3 ດີ​ໃນ​ໄລຍະ​ຜ່ານ​ມາ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້, ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ເປັນ​ເຈົ້າ​ການ​ນຳພາ-ຊີ້​ນຳ, ຄະນະ​ນຳ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນ ຖື​ເອົາ​ວຽກ​ງານ​ ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ເປັນ​ກົກ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ລວມ​ຂອງ​ກົມ​ກອງ ແລະ ປິ່ນ​ອ້ອມ​ໜ້າທີ່​ວິຊາ​ສະເພາະ​ຂອງ​ແມ່ຍິງ, ເຊື່ອມ ​ຊຶມ​ກຳ​ແໜ້ນ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-ລັດ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ​ເປັນ​ຄາດໝາຍ​ສູ້​ຊົນ​ສຳຄັນ​ໃນ​ການ​ພັດທະນາ​ຕົນ​ເອງ, ພັດທະນາ​ການຈັດຕັ້ງ ແລະ ພັດທະນາ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ໂດຍ​ໄດ້​ມີ​ການ​ຕິດຕາມ, ກວດກາ, ຊຸກຍູ້ ແລະ ສະຫຼຸບ​ຍ້ອງຍໍ​ໄລຍະ​ຜ່ານ​ມາ ສາມາດ​ຄັດ​ເລືອກ​ພົນລະເມືອງ​ດີ 138 ສະຫາຍ ເທົ່າ​ກັບ 100%, ພັດທະນາ​ດີ 127 ສະຫາຍ ເທົ່າ​ກັບ 92,02%, ສ້າງ​ຄອບຄົວ​ດີ 101 ຄອບຄົວ ເທົ່າ​ກັບ 73,18%, ສະມາຊິກ​ແມ່ຍິງ 3 ດີ ປະເພດ I ຈຳນວນ 127 ສະຫາຍ ເທົ່າ​ກັບ 92,02, ສະມາຊິກ​ແມ່ຍິງ 3 ດີ ປະເພດ II ຈຳນວນ 11 ສະຫາຍ ເທົ່າ​ກັບ 7,97%, ຄອບຄົວ​ຕົວ​ແບບ 1 ຄອບຄົວ, ໜ່ວຍ 3 ດີ ມີ 4 ໜ່ວຍ, ພະ​ແນກ, ຂະແໜງ ແລະ ກົມ​ກອງ​ນຳພາ​ທີ່​ເດັ່ນ​ມີ 10 ກົມ​ກອງ. ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ກອງ​ທຶນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ປະຈຳ​ປີ 2023 ແລະ ທິດ​ທາງປະຈໍາ​ປີ 2024 ຜ່ານ​ມາ​ເຫັນ​ໄດ້​ວ່າ​ມີ​ການ​ຫັນປ່ຽນ​ທີ່​ດີ, ສາມາດ​ແກ້​ໄຂ້​ກໍລະນີ​ທ່ວງ​ທັນ ແລະ ສາມາດ​ແກ້​ໄຂ​ຊິວິດ​ການ​ເປັນ​ຢູ່​ຂອງ​ສະມາຊິກ​ສະຫະພັນ​ນັບ​ມື້​ມີ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ ແລະ ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ໂດຍ: ເປິ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ