ຄະນະພັກຮາກຖານ ກອງພັນທີ 1 ກອງພັນໃຫຍ່ 611 ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I
ເວລາອອກຂ່າວ: 2024-05-17 08:51:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:
ກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານ ກອງພັນທີ 1 ກອງພັນໃຫຍ່ 611 ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 13 ພຶດສະພາ 2024, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີ ສະຫາຍ ພັນຕີ ໂນໄລ ພົມມະວົງສາ ເລຂາຄະນະພັກຮາກຖານ ກອງພັນທີ 1, ແຂກຖືກເຊີນຕະຫຼອດຮອດຄະນະໜ່ວຍພັກສະມາຊິກພັກສົມບູນ ແລະ ສຳຮອງ ໃນທົ່ວກອງພັນ ເຂົ້າຮ່ວມ.
ສະຫາຍ ພັນຕີ ໂນໄລ ພົມມະວົງສາ ໄດ້ຜ່ານບົດລາຍງານການເມືອງທັງສອງພາກເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສຳເລັດໃນຫຼາຍດ້ານພົ້ນເດັ່ນທີ່ສ້າງໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ທິດທາງນຳພາ 5 ປີຕໍ່ໜ້າ, ໂດຍປີ່ນອອ້ມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບໜ້າທີ່ການເມືອງຂອງກົມກອງຍ່າງໜັກແໜ້ນ, ໂດຍຖືເອົາການສຶກສາອົມຮົບການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ບັນດາກົດໝາຍຂອງລັດ ແລະ ໜ້າທີ່ການເມືອງຂອງກອງທັບຢ່າງຕໍ່ເນື່ອງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານແກ້ໄຂຊີວິດການເປັນຍູ່ພາຍໃນກົມກອງໂດຍຖືເອົາການປູກຝັງ-ລ້ຽງສັດເພື່ອຮັບປະກັນໃຫ້ແກ່ຊີວິດການເປັນຍູ່ນັບມື້ດີຂຶ້ນເທື່ອລະກ້າວ ພ້ອມນີ້ໄດ້ຖືວຽກງານກໍ່ສ້າງພະນັກງານຕາມ 5 ຫຼັກການ 3 ທິດນຳຂອງພັກ ຕິດພັນກັບການກໍ່ສ້າງພັກທັງ 4 ດ້ານແນໃສ່ຍົກສູງຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ຄວາມຮູ້ຄວາມສາມາດຂອງພະນັກງານ, ສາມະຊິກພັກ, ນັກຮົບໃຫ້ມີຄຸນນະພາບສູງເອົາໃຈໃສ່ວຽກງານປັບປຸງກໍ່ສ້າງກຳລັງວຽກງານອົບຮົມ-ຫັດແອບ, ວຽກງານປັບປຸງກໍ່ສ້າງກົມກອງ, ວຽກງານຈັດຕັ້ງມະຫາຊົນ ໄດ້ປະຕິບັດນະໂຍບາຍສະເໜີເລື່ອນຊັ້ນໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນທັງໝົດ 7 ສະຫາຍ ສະເໜີຂັ້ນເທິງຍ້ອງຍໍຜົນງານຊ້ອມຮົບໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນປະເພດຫຼຽນໄຊ, ຫຼຽນກາ 10 ໜ່ວຍ, ໃບຍ້ອງຍໍ 9 ໃບ, ການຊອກແຫຼ່ງລາຍຮັບ ແລະ ການແລກປ່ຽນແຮງງານການປະຢັດອື່ນໆລວມເປັນເງິນ 25.600.000 ກີບ. ປັດຈຸບັນ ກອງພັນທີ 1 ຂອງກອງພັນໃຫຍ່ 611 ມີ 1 ຄະນະພັກຮາກຖານ, ມີ 4 ໜ່ວຍພັກຂຶ້ນກັບ, ສະມາຊິກພັກທັງໝົດ 34 ສະຫາຍ, ສົມບູນ 33 ສະຫາຍ, ຍິງ 3 ສະຫາຍ, ສຳຮອງ 1 ສະຫາຍ.
ໃນກອງປະຊຸມບັນດາຜູ້ແທນຍັງໄດ້ປະກອບຄຳຄິດເຫັນຕໍ່ບົດລາຍງານການເມືອງທັງສອງພາກເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ຈາກນັ້ນ, ສາມະຊິກໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ກອງພັນທີ 1 ຊຸດໃໝ່ໄດ້ຕາມລຳດັບຄາດໝາຍ.
ໂດຍ: ພູວາ ເພຍຄຳໂງ່ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ