ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 11 ປິດການເຝິກອົບຮົມໄລຍະສັ້ນ, ກ່ຽວກັບການນຳໃຊ້ພາຫະນະອາວຸດຍຸດໂທປະກອນ
ເວລາອອກຂ່າວ: 2018-11-16 18:18:45 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2018 ນີ້, ກອງພັນໃຫຍ່ 11 ໄດ້ຈັດຕັ້ງ ພິທີປິດການເຝິກອົບຮົມໄລຍະ ສັ້ນ, ກ່ຽວກັບການນຳໃຊ້ພາ ຫະນະ-ເຕັກນິກ ການທະຫານ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການ ສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ມີສະຫາຍ ພົນຕີ ຄຳລຽງ ອຸທະໄກ ສອນ ກຳມະການຄະນະປະຈຳ ພັກກະຊວງ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ມີສະ ຫາຍ ພັນເອກ ຫລີໜິງ ຫົວໜ້າ ຄະນະວິຊາການກອງທັບປະ ປົດປ່ອຍປະຊາຊົນຈີນພ້ອມຄະ ນະ ແລະ ແຂກຖືກເຊີນຈາກ 4 ກົມໃຫຍ່ກົມນ້ອຍທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະພັກ-ຄະນະບັນ ຊາກອງພັນໃຫຍ່ 11 ຕະຫລອດ ພະນັກງານ ແລະ ນັກເຝິກອົບ ຮົມເຂົົ້າຮ່ວມ. ໃນໂອກາດນີ້ ພັນໂທ ບົວເສັງ ອິນທະເກສອນ ຫົວໜ້າຂະແໜງ ອົບຮົມກອງພັນໃຫຍ່ 11 ໄດ້ຂຶ້ນ ຜ່ານບົດສະຫຼຸບຕີລາຄາຄືນຕະ ຫຼອດໄລຍະການເຝິິກອົບຮົມ ໂດຍອີງຕາມການຕົກລົງຂອງ 2 ກະຊວງປ້ອງກັນປະເທດລາວ-ຈີນ ວ່າດ້ວຍການຮ່ວມມືທາງ ດ້ານວຽກງານປ້ອງກັນປະເທດ ແລະ ອີງຕາມທິດຊີ້ນຳຂອງກົມ ໃຫຍ່ເສນາທິການກອງທັບປະ ຊາຊົນລາວວ່າດ້ວຍການຕົກລົງ ເຝິກອົບຮົບໄລຍະສັ້ນ, ກ່ຽວກັບ ການນຳໃຊ້ອາວຸດຍຸດໂທປະ ກອນເຕັກນິກທາງດ້ານການທະ ຫານ ໂດຍໄດ້ຮັບການຊ່ວຍເຫືຼອ ຈາກກອງທັບປົດປ່ອຍປະຊາຊົນ ຈີນ ເຊິ່ງການເປິດຊຸດອົບຮົມ ໄລຍະສັ້ນໃນຄັ້ງໃນນີ້ມີຄວາມ ໝາຍສຳຄັນ ເຊິ່ງນັກເຝິກອົບຈະ ໄດ້ຮຽນຮູ້ເຖິງຄຸນຄ່າສະມັດຕະ ພາບ ແລະ ການປະກອບສ້າງ ຂອງບັນດາພາຫະນະ-ອາວຸດ ແລະ ບັນດາອຸປະກອນທາງການ ທະຫານ, ເພື່ອຮັບປະກັນໃນເວ ລານຳໃຊ້ໃຫ້ມີຄວາມຊຳນິຊຳ ນານທາງດ້ານທິດສະດີ ແລະ ຫຼັກການຮູ້ວິທີນຳໃຊ້ເຂົ້າໃນ ການປະຕິບັດວຽກງານໂຕຈິງ ໃນເວລາສູ້ຮົບ ແລະ ວິທີບົວລະ ບັດປົກປັກຮັກສາພາຫະນະອາ ວຸດຍຸດໂທປະກອນດັ່ງກ່າວທີ່ມີ ຄວາມທັນສະໄໝ ເຊິ່ງເນື້ອໃນ ການເຝິກອົບໃນຄັ້ງນີ້ ປະກອບມີ 07 ພາກຄື: ຮຽນຮູ້ວິທີການນຳ ໃຊ້ອຸປະກອນສະຫຼາຍການປະ ທ້ວງຕ້ານການກໍ່ຈະລາຈົນ, ການນຳໃຊ້ອຸປະກອນເຫຼົ່າຮົບ ຊ່າງແສງ, ວິຊາເຫຼົ່າຮົບສື່ສານ, ວິຊາບັນດາອາວຸດຍິງດ່ຽວ, ກຳ ລັງໄຟແບກຮາບ, ວິຊາລົດສູ້ ຮົບ-ລົດບັນທຸກ, ລົດລຳລຽງ, ລົດຍົກ, ລົດຊ່າງແສງ, ລົດຂຸດ ຂຸມຄອງ, ວິຊາລາດຕະເວນ, ວິ ຊາແພດສະໜາມ, ລົດປຸງແຕ່ງ ເຄື່ອນທີ່ ເຊິ່ງມີຈຳນວນພົນເຂົ້າ ຮ່ວມອົບຮົມ 254 ສະຫາຍ ໂດຍເປີດເຝິກອົບຮົມແຕ່ວັນທີ 29 ຕຸລາ 2018-13 ພະຈິກ 2018 ໃຊ້ເວລາທັງໝົດ 16 ວັນ ພາຍຫຼັງທີ່ສຳເລັດການເຝິກ ອົບຮົມໃນຄັ້ງນີ້ທາງຝ່າຍຈີນ ໂດຍແມ່ນ ພັນເອກ ຫຼີໝິງ ຕາງ ໜ້າຄະນະກໍໄດ້ກ່າວມອບພາຫະ ນະອາວຸດ ແລະ ອຸປະກອນການ ທະຫານທັງໝົດໃຫ້ແກ່ກອງທັບ ປະຊາຊົນລາວ ຕາງໜ້າກ່າວ ຮັບໂດຍທ່ານພົນຕີ ຄຳລຽງ ອຸ ທະໄກສອນ ໂດຍພາຫະນະອາ ວຸດ ແລະ ອຸປະກອນການທະ ຫານທັງໝົດນີ້ຈະປະກອບໃຫ້ ແກ່ກອງພັນໃຫຍ່ 11. ຈາກນັ້ນ ກໍໄດ້ຮັບຟັງການໂອລົມຂອງສະ ຫາຍພົນຕີ ຄຳລຽງ ອຸທະໄກ ສອນ ເຊິ່ງໄດ້ສະແດງຄວາມ ຍ້ອງຊົມເຊີຍຕໍ່ວິຊາການຈາກ ກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ມາໃຫ້ການຊ່ວຍເຫລືອໃນ ການເຝິກອົບຮົມຕະຫຼອດໃນໄລ ຍະການເຝິກອົບຮົມກໍຄືການ ຮ່ວມມືຂອງ 2 ກະຊວງປ້ອງກັນ ປະເທດ ລາວ-ຈີນ ເປັນຕົ້ນແມ່ນ ທາງຝ່າຍຈີນ ທີ່ໄດ້ນຳເອົາເຕັກ ນິກທາງການທະຫານໃໝ່ໆມາ ອົບຮົມໃຫ້ແກ່ກອງທັບປະຊາຊົນ ລາວ ແລະ ບັນດານັກວິທະຍາ ກອນຜູ້ທີ່ມີປະສົບການສູງທີ່ໄດ້ ນຳເອົາຄວາມຮູ້ກໍຄືບົດຮຽນອັນ ມີຄຸນຄ່າສຳຄັນທີ່ສຸດມາອົບຮົມ ໃຫ້ນາຍ ແລະ ພົນທະຫານໃນ ກອງທັບປະຊາຊົນລາວ ເວົ້າສະ ເພາະກໍຄືກອງພັນໃຫຍ່ 11 ເຖິງ ແມ່ນວ່າເວລາຈະສັ້ນແຕ່ຄະນະ ຄູອາຈານກໍໄດ້ເນັ້ນໃສ່ພາກປະຕິ ບັດຕົວຈິງສົມທົບກັບທິດສະດີ ໄປຄຽງຄູ່ກັນເຂົ້າໃນການປະ ກອບສ່ວນສ້າງກົມກອງໃຫ້ເຂັ້ມ ແຂງ-ໜັກແໜ້ນກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ ພ້ອມທັ້ງເນັ້ນໜັກໃຫ້ແຕ່ ລະສະຫາຍກໍຄື: ນັກເຝິກອົບຮົມ ໃນຄັ້ງນີ້ຈົ່ງນຳເອົາບົດຮຽນດັ່ງ ກ່າວທີ່ອາຈານສິດສອນໄປໝູນ ໃຊ້ເຂົ້າໃນວຽກງານຕົວຈິງກໍຄື ໃນສະເພາະໜ້າ ແລະ ຍາວ ນານ. ຈາກນັ້ນຄະນະທັງສອງ ຝ່າຍກໍທ່ຽວຊົມບັນດາພາຫະນະ ອາວຸດຍຸດໂທປະກອນຕ່າງໆ ພ້ອມທັງຮັບຟັງການລາຍງານ ຈາກນັກວິຊາການຕື່ມອີກ. ໂດຍ: ອິນກອງ ສຸກໄຊຍະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ