ສຸມໃສ່ອົບຮົມກໍ່ສ້າງວຽກງານຮາກຖານການເມືອງ ແລະ ໄອຍະການ ໃຫ້ກຳລັງຫຼວງ-ກຳລັງທ້ອງຖິ່ນ
ເວລາອອກຂ່າວ: 2024-05-17 08:57:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 583 | ຄວາມນິຍົມ:
ສະຫາຍ ພັນໂທ ວັນເຮືອງ ສີວິໄລ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ໂຮງຮຽນທິດສະດີການ ເມືອງກອງທັບ ໃຫ້ຮູ້ວ່າ: ຊຸດອົບ ຮົມວຽກງານການບຳລຸງກໍ່ສ້າງຮາກຖານການເມືອງ ລະບົບ 3 ເດືອນ ຊຸດທີ XIV ແລະ ວຽກງານໄອຍະການ ລະບົບ 3 ເດືອນ ຊຸດທີ III ສົກຮຽນ 2023-2024 ໃຫ້ກຳລັງຫຼວງ-ກຳລັງທ້ອງຖິ່ນ ມີຜົນສຳເລັດເປັນຢ່າງດີ ເຊິ່ງໃນນັ້ນ ມີນັກສຶກສາທັງໝົດ 60 ສະຫາຍ, ພະນັກງານນຳພາ-ບັນຊາຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຊ່ວຍວຽກຂະແໜງການຕ່າງໆ ດ້ານວິຊາການ, ຜ່ານການອົບຮົມເຫັນວ່ານັກສຶກສາແຕ່ລະສະຫາຍມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດ
ໝາຍທີ່ ກົມການເມືອງສູນກາງພັກວາງອອກ ຕິດພັນກັບວຽກງານ 3 ສ້າງຂອງພັກ ໃນການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ເຕົ້າໂຮມບ້ານນ້ອຍໃຫ້ກາຍເປັນບ້ານໃຫຍ່ ແລະ ເຕົ້າໂຮມບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ; ຈາກການຕິດຕາມສັງເກດໄດ້ວ່າພະນັກງານນັກສຶກສາແມ່ນກຳແໜ້ນທິດສະດີຫຼັກການຂອງວຽກງານໂຄສະນາຂົນຂວາຍປະຊາຊົນ ແລະ ການສ້າງບ້ານແຮກສ່ຽວ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປອດຄະດີ, ບ້ານສາທາລະນະສຸກ ແລະ ບ້ານພັດ ທະນາ ເຊິ່ງເປັນພື້ນຖານໃຫ້ແກ່ ນັກສຶກສາທີ່ຈະນຳເອົາເນື້ອໃນ ດັ່ງກ່າວໄປຈັດຕັ້ງປະຕິບັດຢູ່ກົມ ກອງທ້ອງຖິ່ນຂອງຕົນຢ່າງປະ ດິດສ້າງ.
ພ້ອມນັ້ນ, ຍັງໄດ້ຂຶ້ນຫ້ອງ ສິດສອນໃຫ້ນັກສຶກສາມີຄວາມ ເຂົ້າໃຈແຈ້ງກ່ຽວກັບ 8 ຫຼັກການ, 7 ວິທີການສິດສອນຂອງພະ ນັກງານຄູ-ອາຈານ, 5 ບາດກ້າວຂອງທຳນຽມຄູ ເພື່ອນຳໃຊ້ເຂົ້າໃນການແຕ່ງບົດສອນ, ຂຶ້ນຫ້ອງສິດສອນແຕ່ລະຂົງເຂດວຽກງານເປັນຕົ້ນແມ່ນວຽກງານພັກ-ວຽກງານການເມືອງໃນເວລາສູ້ຮົບ, ເວລາຊ້ອມຮົບ ແລະ ຫຼັກການວິ ທີຫັດແອບການທະຫານບັນຊາສູ້ຮົບ, ຊ້ອມຮົບຂັ້ນຍຸດທະວິທີ, ຍຸດທະບັ້ນຮົບໃຫ້ຄູ-ອາຈານ ເພື່ອ ໝູນໃຊ້ທິດສະດີຫຼັກການທີ່ຮຽນ ມາ ໄປຈັດຕັ້ງນຳພານັກສຶກສາ ຫັດແອບຕົວຈິງມີຜົນສຳເລັດ.
ຕໍ່ການອົບຮົມວຽກງານອົງການໄອຍະການ ໄດ້ຊີ້ນຳພະ ນັກງານຄູ-ອາຈານ ຂຶ້ນຫ້ອງສົ່ງຄວາມຮູ້ໃຫ້ນັກສຶກສາທາງດ້ານວິຊາການອົງການໄອຍະການທະ ຫານຂັ້ນສູງ ແລະ ອົງການໄອຍະການທະຫານແຕ່ລະພາກ ນັກສຶກສາກຳແໜ້ນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງກົມກອງຕົນ. ຜ່ານການກວດກາ-ສອບເສັງ ສາມາດຕີລາຄາຢັ້ງຢືນລະດັບຄວາມຮັບຮູ້, ເຂົ້າໃຈຂອງນັກສຶກສາດັ່ງນີ້: ຫ້ອງບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ເກຣດ A ຈຳນວນ 3 ສະຫາຍ ເທົ່າກັບ 10%, ເກຣດ B+ ຈຳນວນ 23 ສະຫາຍ ເທົ່າກັບ 76,70%, ເກຣດ B ຈຳນວນ 4 ສະຫາຍ ເທົ່າກັບ 13,30% ແລະ ຫ້ອງບຳລຸງວຽກງານໄອຍະການ ຊຸດທີ III ເກຣດ A ຈຳນວນ 6 ສະຫາຍ ເທົ່າກັບ 20%, ເກຣດ B+ ຈຳນວນ 24 ສະຫາຍ ເທົ່າກັບ 80%.
ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ຍັງກ່າວຕື່ມອີກວ່າ: ຍ້ອນຄະນະພັກ-ຄະນະອຳນວຍການ, ຄະນະວິຊາຄູແຕ່ລະຂະແໜງການໄດ້ເປັນເຈົ້າການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກໃນການຄຸ້ມຄອງ, ນຳພາ-ບັນຊາ, ຖ່າຍທອດຄວາມຮູ້ ຄວາມສາມາດຕ່າງໆ ໃຫ້ນັກສຶກສາຢ່າງເຕັມເມັດເຕັມໜ່ວຍສະແດງອອກໃນການກວດກາ, ສອບເສັງ ສາມາດໄດ້ຄະແນນດີ ແລະ ບັນລຸຄາດໝາຍ. ສຳລັບນັກສຶກສາເມື່ອຈົບໄປຕ້ອງເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ ກໍຄືຂອງກົມກອງຂອງຕົນຢ່າງເຂັ້ມງວດ, ນຳເອົາບົດຮຽນຕ່າງໆ ທີ່ໄດ້ຮໍ່າຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະຂອງຕົນ ປະກອບສ່ວນຢ່າງຕັ້ງໜ້າສ້າງໃຫ້ກົມກອງມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ