
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງພົນທີ4
ເວລາອອກຂ່າວ: 2024-05-17 13:21:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2097 | ຄວາມນິຍົມ:
ວັນທີ16 ພຶດສະພາ 2024 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພົນທີ 4, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນ, ມີສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນ, ຄະນະພັກ-ຄະນະບັນຊາກອງພົນ,ຄະນະຫ້ອງອົງການ 5 ຫ້ອງ, ພະແນກການ, ຄະນະບັນຊາກອງພັນນ້ອຍ, ກອງຮ້ອຍເອກະລາດຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມກອງພົນທີ 4 ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 4 ໄດ້ຂຶ້ນລາຍງານຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ພ້ອມທັງຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານເປັນຕົ້ນເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ນາຍ ແລະ ພົນທະຫານມີຄວາມໜັກແໜ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຈັດຕັ້ງກຳລັງເຄື່ອນໄຫວປ້ອງກັນເວນຍາມເພື່ອຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບແມ່ນມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ຄຽງຄູ່ກັບການແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານຍົກສູງນ້ຳໃຈເພິ່ງຕົນເອງກຸ້ມຕົນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົວລະບັດພັດເຊັດຄຸ້ມຄອງພາຫະນະເຕັກນິກ,ອາວຸດ-ຢຸດໂທປະກອນທີ່ຂັ້ນເທິງປະກອບໃຫ້ມີຄວາມຮັບປະກັນ ແລະ ນໍາໃຊ້ໄດ້ຍາວນານ. ໂອກາດດຽວກັນ, ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຫຼາຍດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນສະພາບຂອງໂລກ ແລະ ພາກພື້ນທີ່ຜັນແປໄປຢ່າງສັບສົນ, ມັນສົ່ງຜົນກະທົບຕໍ່ການພັດທະນາເສດທະກິດ-ສັງຄົມ, ກະທົບຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ກໍ່ຄືພະນັກງານ-ນັກຮົບໃນທົ່ວກໍາລັງປະກອບອາວຸດ, ຕໍ່ໜ້າສະພາບການດັ່ງກ່າວສະຫາຍຍັງໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈະຕ້ອງເພີ່ມທະວີສຶກສາອົບຮົມວຽກງານການເມືອງນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານໃຫ້ຕໍ່ເນື່ອງ, ຍົກສູງນ້ຳໃຈເສຍສະຫຼະເພື່ອປະເທດຊາດ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ຍົກສູງບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສືບຕໍ່ເອົາໃຈໃສກໍ່ສ້າງພັກ-ພະນັກງານ ຮຸ້ນສືບທອດໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕີວັດ, ມີແບບແຜນວີທີເຮັດວຽກທີ່ມີຫຼັກການວິທະຍາສາດທັນສະໄໝ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ສືບຕໍ່ເຮັດວຽກງານອົບຮົມການເມືອງ, ຫັດແອບການທະຫານ,ພະລາທິການ-ເຕັກນິກ, ຝຶກຝົນຫຼໍ່ຫຼອມກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ, ປະຕິບັດລະບອບບົວລະບັດພັດເຊັດ, ກວດກາພາຫະນະເຕັກນິກອາວຸດຍຸດໂທປະກອນຂອງກອງທັບໃຫ້ຕໍ່ເນື່ອງ, ເສີມຂະຫຍາຍວຽກງານ 4 ປູກ 4 ລ້ຽງທີ່ກົມໃຫຍ່ພະລາທິການກອງທັບວາງອອກ ແລະ ສືບຕໍ່ພົວພັນຮ່ວມມືກັບເພື່ອນມິດຢຸດທະສາດຕາມແນວທາງການຕ່າງປະເທດຂອງພັກ, ພ້ອມກັນສ້າງສາພັດທະນາປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂື້ນໄປເລື້ອຍໆ.
ຂ່າວໂດຍ: ຮອ ສຸລິວັນ ແສນບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ