ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ໂຮງຮຽນກໍ່ສ້າງນາຍສິບເລກ1 ທາບທາມບຸກຄະລາກອນລົງສະໜັກເລືອກຕັ້ງເຂົ້າເປັນຄະບໍລິຫານງານພັກ ສະໄໝທີVIII (ຮອບທີ2)
ເວລາອອກຂ່າວ: 2024-05-22 11:06:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1766 | ຄວາມນິຍົມ:



ໃນວັນທີ20 ພຶດສະພາ 2024, ຢູ່ທີ່ສະໂມສອນຂອງໂຮງຮຽນໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນ, ສະຫາຍ ພັນເອກ ບົວວັນ ພົມມະເພັງ ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນ, ວິຊາການຈາກກົມຈັດຕັ້ງພັກ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງພັນ ແລະ ພະນັກງານນຳພາ-ບັນຊາເຂົ້າຮ່ວມ. ກອງປະຊຸມ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນ ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກໂດຍຫຍໍ້. ຈາກນັ້ນ, ສະຫາຍ ພັນເອກ ບົວວັນ ພົມມະເພັງ ຮອງເລຂາຄະນະພັກ ໄດ້ຂຶ້ນຜ່ານຮ່າງບົດສຳຫຼວດການນຳພາຂອງຄະນະພັກໃນໄລຍະ 5 ປີ ຜ່ານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ຄະນະພັກ-ຄະນະບັນຊາກໍ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາໃນຂອບເຂດຄວາມຮັບຜິດຊອບຂອງຕົນກໍ່ຄືໜ້າທີ່ການເມືອງຕາມການມອບໝາຍມີຜົນສຳເລັດເປັນຢ່າງດີ, ຖືເອົາວຽກງານການເມືອງນຳພາ-ແນວຄິດເປັນສຳຄັນ, ເຕົ້າໂຮມຄວາມສາມັກຄີສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ-ນັກຮົບແຕ່ລະຂັ້ນເປັນປົກກະຕິຕໍ່ເນື່ອງ. ຈາກນັ້ນ ສະຫາຍ ພັນໂທ ສາກົນໄຊ ກົມມະເມືອງ ວິຊາການກົມຈັດຕັ້ງພັກໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໜັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ແລະ ຄະນະປະຈຳພັກ, ເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາພັກຂອງໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ1 ສະໄໝທີVIII ຮອບທີII ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຫົວຄິດປະດິດສ້າງແບບແຜນທີ່ທັນສະໄໝ, ມີວິໄສທັດຢ່າງສັດຈະວິພາກພົນພື້ນຖານເພື່ອຜົນປະໂຫຍດລວມຂອງຊາດ, ຂອງກົມກອງ ແລະ ມີສຸ ຂະພາບແຂງແຮງດີເພື່ອຮັບປະກັນໃຫ້ແກ່ການເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ກໍ່ໄດ້ເໜັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຈົ່ງພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນໃນການປ່ອນບັດ ແລະ ມີການໃຈ້ແຍກລະອຽດ, ຫຼີກເວັ້ນມີອະຄະຕິຈຸ້ມເຈື້ອກຸ່ມກ້ອນ, ເລືອກໃຫ້ໄດ້ພະນັກງານທີມີຄວາມຮູ້ຄວາມສາມາດ, ມີແບບແຜນວິທີເຮັດວຽກຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ.ກອງປະຊຸມບັນດາສະຫາຍຜູ້ແທນກໍ່ໄດ້ພ້ອມກັນໃຊ້ຊິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນສະໜັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກ ແລະ ຄະນະປະຈຳພັກ, ເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາພັກຂອງໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ1 ສະໄໝທີVIII ຮອບທີII ສຳເລັດຕາມແຜນການ. ໂດຍ: ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ