
ກອງປະຊຸມຝຶກອົບຮົມການກະກຽມດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກທົ່ວກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2024-05-22 11:14:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1707 | ຄວາມນິຍົມ:
ໃນວັນທີ21 ພຶດສະພາ 2024 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດ ຝຶກອົບຮົມການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກທົ່ວກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກກອງບັນຊາການ, ເລຂາຄະນະພັກຮາກຖານ 6 ຫ້ອງ, 2 ກອງພັນນ້ອຍ, ໂຮງຮຽນ, ໂຮງໜໍ, ເລຂາໜ່ວຍພັກກອງຮ້ອຍເອກະລາດ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ລວມມີ 4 ບົດເປັນຕົ້ນແມ່ນຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ ສະມາຊິກພັກ ພ້ອມທັງຜ່ານບົດສຳຫຼວດການນຳພາລວມຂອງຄະນະພັກ ກອງບັນຊາການທະຫານແຂວງບໍ່ແກ້ວ. ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ ເເລະ ຄວາມສໍາຄັນຂອງການດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກ, ກຳເເໜ້ນໃນການດຳເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກ, ເປັນເຈົ້າການນຳເອົາມະຕິກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນເປັນຈິິງບົນພື້ນຖານຄວາມຮັບຮູ້ເຂົ້າໃຈ, ເພື່ອຍົກສູງຄວາມສາມາດໃນການນຳພາ, ແບບແຜນວິທີເຮັດວຽກ, ກຳແໜ້ນເນື້ອໃນເອົາໃຈໃສ່ຍົກສູງຄວາມເປັນເເບບຢ່າງນຳໜ້າໃນການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຫຼັກໝັ້ນຊົນຊັ້ນທີ່ໜັກເເໜ້ນ.
ໂອກາດດຽວກັນນີ້່, ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສໍາຄັນ ພ້ອມທັງເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງທີ່ໄດ້ເຂົ້າຮ່ວມເຊື່ອມຊຶມໃນຄັ້ງນີ້ ຈົ່ງພ້ອມກັນນໍາເອົາບັນດາເນື້ອໃນຈິດໃຈການເຜີຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງໃນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກທົ່ວກອງບັນຊາການທະຫານແຂວງບໍ່ແກ້ວໃຫ້ປະກົດຜົນເປັນຈິງ.
ໂດຍ: ພາກ ສຸທິປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ