
ວິທະຍາຄານການແພດກອງທັບມອບເງິນນະໂຍບາຍອຸດໜູນເສຍຊີວິດ
ເວລາອອກຂ່າວ: 2024-05-22 14:52:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1203 | ຄວາມນິຍົມ:
ວັນທີ22 ພຶດສະພາ 2024 ນີ້, ວິທະຍາຄານການແພດກອງທັບໄດ້ມອບເງິນອຸດໜູນໃຫ້ນາຍທະຫານທີ່ເສຍຊີວິດ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຄະນະປະຈໍາພັກ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ, ມີຫ້ອງການ, ພະແນກການ, ພະນັກງານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຕ່າງໜ້າຄອບຄົວພະນັກງານທີ່ເສຍຊີວິດເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ອ່ອນອານົງ ພອນວິໄຊ ຫົວໜ້າພະແນກປະກັນສັງຄົມ ວິທະຍາຄານການແພດກອງທັບ ໄດ້ຜ່ານໜັງສືສະເໜີຂໍອະນຸມັດຈ່າຍເງິນອຸດໜູນເສຍຊີວິດ ສະບັບເລກທີ 792/ວພທ, ລົງວັນທີ10/05/2024, ອີງຕາມ ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 675/ກປທ, ລົງວັນທີ 28/02/2019, ອີງຕາມ ບົ່ງສັ່ງຈ່າຍເງິນສົດຂອງກົມປະກັນສັງຄົມ ສະບັບເລກທີ 1585/ກປຄ, ລົງວັນທີ 03/04/2024 ວ່າດ້ວຍການເບີກຈ່າຍເງິນອຸດໜູນເສຍຊີວິດໃຫ້ນາຍ ແລະ ພົນທະຫານຢູ່ ວິທະຍາຄານການແພດກອງທັບ. ດັ່ງນັ້ນ, ຈື່ງໄດ້ອະນຸມັດເບີກຈ່າຍເງິນອຸດໜູນເສຍຊີວິດໃຫ້ພະນັກງານ ຈໍານວນ 01 ສະຫາຍ, ລວມເປັນເງິນທັງໝົດ ຈໍານວນ 104.279.000 ກີບ, (ໜຶ່ງຮ້ອຍສີ່ລ້ານສອງແສນເຈັດສິບເກົ້າພັນກີບ).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ