
ຄະນະພັກຮາກຖານອົງການສູນບັນຊາ761 ດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີV
ເວລາອອກຂ່າວ: 2024-05-22 15:10:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1913 | ຄວາມນິຍົມ:
ວັນທີ22 ພຶດສະພາ 2024 ນີ້, ຄະນະພັກຮາກຖານອົງການສູນບັນຊາ761 ໄດ້ດໍານເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີV, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຄະນະພັກອົງການກົມໃຫຍ່ ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກຮາກຖານ, ສະມາຊິກພັກສົມບູນ, ສໍາຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ເສີມ ບຸນຍະສານ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງອົງການສູນບັນຊາ761, ໄດ້ຜ່ານສະຫຼຸບບົດລາຍງານການເມືອງທັງສອງພາກ ຕະຫຼອດໄລຍະຜ່ານມາ ຄະນະພັກຮາກຖານໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ-ນັກຮົບເຊື່ອມຊຶມກໍາແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດເປັນຕົ້ນແມ່ນບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ຂອງຊາດ, ມູນເຊື້ອຂອງກອງທັບປະຊາຊົນລາວ ຕິດພັນກັບການດໍາເນີນຊີວິດການເມືອງພາຍໃນພັກເປັນປົກກະຕິຕາມ 5ຫຼັກການ 3ທິດນໍາຂອງພັກ ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ ເຊິ່ງຄະນະພັກຮາກຖານມີ 3ໜ່ວຍພັກຂຶ້ນກັບໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, 5 ສະໄໝ, ສາມາດຕີລາຄາແບ່ງປະເພດສະມາຊິກພັກແຂງໄດ້ 80ສະຫາຍ, ກາງ 2ສະຫາຍ ແລະ ໄດ້ຂະຫາຍມະຫາຊົນເຂົ້າເປັນສະມາຊິກພັກໄດ້ 26ສະຫາຍ ໃນນັ້ນຍັງໄດ້ຮັບການຢັ້ງຢືນເປັນກົມກອງ 3ປອດປະເພດI, ກົມກອງລວມໝູ່ໄດ້ຮັບການຍ້ອງຍໍຫຼຽນໄຊແຮງງານຊັ້ນIII, 02 ໜ່ວຍ ແລະ ບຸກຄົນໄດ້ຮັບໃບຍ້ອງຍໍຈາກລັດຖະບານ, ກະຊວງປ້ອງກັນປະເທດ ຈໍານວນ 177 ສະຫາຍ, ຄະນະພັກຍັງໄດ້ຖືເອົາວຽກງານພະລາທິການແກ້ໄຂຊີວິດການເປັນຢູ່ຕາມທິດ 4 ປູກ 4 ລ້ຽງ ເພື່ອສ້າງກົມກອງ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທ່າແຮງບົມຊ້ອນຂອງກົມກອງ ເອົາການປູກຝັງ-ລ້ຽງສັດ ເປັນຫຼັກປູກຜັກຕາມລະດູການສາມາດເພື່ອຕອບສະໜອງເຂົ້າເຮືອນຄົວລວມຢ່າງເປັນປົກກະຕິ, ພ້ອມນີ້ໃນກອງປະຊຸມສະມາຊິກພັກຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ສາມາດເລືອກໄດ້ຄື: ສະຫາຍ ພັນໂທ ເສີມ ບຸນຍະສານ ເປັນເລຂາຄະນະພັກຮາກຖານ, ພັນໂທ ຈັນສະໝອນ ໃບທອງສີ ເປັນຮອງເລຂາຄະນະພັກຮາກຖານ, ພັນໂທ ຄໍາມ່ວນ ທິດພາວັນ, ພັນໂທ ບຸນອ້ອມ ພົມມະຫອມ, ພັນໂທ ພິລາວົງ ພັກດີ, ຮ້ອຍເອກ ຫຼຽນທອງ ສິງສາຍຄໍາ, ຮ້ອຍເອກ ບຸນມາ ທໍາມະວົງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນໂອລົມຕໍ່ຄະນະພັກຊຸດໃໝ່ ພ້ອມທັງເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເປັນແບບຢ່າງນໍາໜ້າທຸກຂົງເຂດວຽກງານ ຖືເອົາການປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄອງກັບສະພາບຕົວຈິງ ໄປພ້ອມກັບການກໍ່ສ້າງຮາກຖານຂອງພັກ, ການດໍາເນີນຊີວິດພາຍໃນພັກໃຫ້ເປັນປົກກະຕິນໍາເອົາບັນດາມະຕິ, ຄໍາສັ່ງ, ແນວທາງຂອງພັກ ມາຈັດຕັ້ງເຜີຍແຜ່ເຮັດໃຫ້ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດແນ່ໃສ່ກໍສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ