ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ໜ່ວຍ​ພັກ​ ກອງ​ປະຕິບັດ​ງານ 214 ດຳເນີນ​ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ II
ເວລາອອກຂ່າວ: 2024-05-23 09:15:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 491 | ຄວາມນິຍົມ:



ໃນ​ວັນ​ທີ 15 ພຶດສະພາ 2024, ໜ່ວຍ​ພັກ​ ກອງ​ປະຕິບັດ​ງານ 214 ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ ll, ໂດຍ​ການ​ເປັນ​ປະທານ​ ຂອງສະຫາຍ ພັນ​ຕີ ສິດ​ທອງ​ດີ ວອນ​ສົມ​ໄຈ ເລຂາ​ໜ່ວຍ​ພັກ​ ກອງ​ປະຕິບັດ​ງານ 214, ມີ​ສະຫາຍ ພັນ​ເອກ ທອງ​ລາ ໄຊ​ຍະ​ວົງ​ສັກ ຫົວໜ້າ​ຫ້ອງ​ພະລາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ມີ​ຜູ້ຕາງໜ້າພະແນກການ​ທີ່​ກ່ຽວຂ້ອງ, ແຂກ​ທີ່​ຖືກ​ເຊີນ ຕະຫຼອດ​ຮອດ ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສິດ​ທອງ​ດີ ວອນ​ສົມ​ໄຈ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ 2 ພາກ ເພື່ອ​ສະຫຼຸບ​ຕີ​ລາຄາໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ແຕ່​ລະ​ດ້ານ ໃນ​ໄລຍະ 5 ປີຜ່ານມາ ເຫັນ​ໄດ້​ວ່າ: ຄະນະ​ໜ່ວຍ​ພັກ ໄດ້​ມີ​ຜົນ ສຳເລັດ​ທີ່​ພົ້ນ​ເດັ່ນ ແລະ ບັນລຸ​ຕາມ​ການ​ແຜນການ​ທີ່​ວາງ​ໄວ້. ພ້ອມ​ທັງ, ໄດ້​ຜ່ານ​ບົດ​ສຳ​ຫຼວດ​ຕີ​ລາຄາ​ການ​ນຳພາ​ລວມ ຂອງ​ຄະນະ​ໜ່ວຍ​ພັກ; ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ຜ່ານ​ມາດຖານ​ເງື່ອນໄຂ ແລະ ປ່ອນບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ພັກ​ຊຸດ​ໃໝ່ ເລືອກເອົາ ສະຫາຍ ພັນ​ຕີ ສິດ​ທອງ​ດີ ວອນ​ສົມ​ໄຈ ເປັນ​ເລຂາ, ສະຫາຍ ຮ້ອຍ​ເອກ ເພັດ​ສະໝອນ ສອນ​ສະຫວັນ ເປັນ​ຮອງ​ເລຂາ ແລະ ສະຫາຍ ຮ້ອຍ​ເອກ ສີ​ພອນ ຊ່ອງ​ສະຫວັນ ເປັນ​ກຳມະການ​ກວດກາ ໜ່ວຍ​ພັກ​ ກອງ​ປະຕິບັດ​ງານ 214 . ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ວັນ​ດຽວ​ກັນ​ນີ້້, ກອງ​ປະຕິບັດ​ງານ 214 ຍັງ​ໄດ້​ປະກາດ​ການ​ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ເພັດ​ສະ​ໜອນ ສອນ​ສະຫວັນ ເປັນ​ຮອງ​ຫົວໜ້າ​ການ​ທະຫານ ກອງ​ປະຕິບັດ​ງານ 214 ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ຕື່ມ​ອີກ. ໂດຍ: ເພັດ​ສະໝອນ ສອນ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ