ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ມັງກອນ 2025

  

ກອງພັນ​ໃຫຍ່ 605 ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2024-05-23 09:16:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 506 | ຄວາມນິຍົມ:



ໃນ​ວັນ​ທີ 20 ພຶດສະພາ 2024, ກອງພັນ​ໃຫຍ່ 605 ໄດ້​ຈັດ​ຕັ້ງ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ​ປືນ ອາ​ກາ​ແອັມ ແລະ ປືນ​ສັ້ນ ກາ 59 ໃຫ້​ພະນັກງານ-ນັກຮົບ, ໂດຍ​ມີ ສະຫາຍ ພັນ​ໂທ ວົງ​ເດືອນ ແກ້ວ​ມະນີ ຫົວໜ້າ​ພະ​ແນກ​ເສນາ​ທິ​ການ​ ກອງພັນ​ໃຫຍ່ 605, ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວົງ​ເດືອນ ແກ້ວ​ມະນີ ໄດ້​ໃຫ້​ຮູ້​ວ່າ: ການຈັດຕັ້ງ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ​ປັບປຸງ​ລະບຽບ​ແບບແຜນ​ເຝິກຝົນ​ກຳລັງ​ແຮງ​ກາຍ ປະຈຳ​ປີ 2024 ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກໍ​ຄື ແຜນການ​ອົມ​ຮົມ-ຫັດ​ແອບ​ຂອງ​ກອງພັນ​ໃຫຍ່ 605 ວາງ​ອອກ, ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ ຄວາມ​ສາມາດ​ທາງ​ດ້ານ​ສີ​ລະ​ປະຍຸດ, ຍຸດທະວິທີ​ໃຫ້​ພະນັກງານ-ນັກຮົບ ໃນ​ການ​ນຳ​ໃຊ້​ອາວຸດ​ທະ ຫານ​ຮາບ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ມີ​ພິກໄຫວ​ຄ່ອງ​ແຄ່ວ, ຍົກ​ລະດັບ​ຄວາມ​ຮູ້​ ຄວາມ​ສາມາດ ​ຂອງ​ກຳ ລັງ​ປະກອບ​ອາວຸດ ໃຫ້​ມີ​ຄວາມ​ເຂັ້ມແຂງ ໜັກ​ແໜ້ນ, ສາມາດ​ດັບ​ສູນ​ເປົ້າ​ໝາຍ​ໄດ້​ຕາມ​ທິດ​ເຊິ່ງ​ໜ້າ ແລະ ຈັງຫວະ​ການ​ຍິງ​ແຕ່​ລະ ​ເປົ້າ​ໝາຍ, ພ້ອມ​ທັງ​ເປັນ​ການ​ທວນຄືນ ດ້ານ​ສີ​ລະ​ປະຍຸດ-ຍຸດທະວິທີ​ການ​ປະສານ​ສົມທົບ​ລະຫວ່າງ ພາກ​ທິດ​ສະ​ດີຫຼັກ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ສູ້​ຮົບ​ຕົວ​ຈິງ ເພື່ອ​ກຽມພ້ອມ​ຮັບ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ເຂົ້າ​ສູ່​ກົມ​ກອງ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ. ໂດຍ: ນາງ ໜູ​ແດງ ລາດ​ສະ​ແກ້ວ ພາບ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ