
ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັັກງານຫຼັກແຫຼ່ງ
ເວລາອອກຂ່າວ: 2024-05-23 09:20:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 585 | ຄວາມນິຍົມ:
ວັນທີ 16 ພຶດສະພາ 2024 ນີ້, ສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເຄື່ອນໄຫວຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 124, 125 ແລະ ກອງປະຕິບັດງານ 213 ທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ຄະນະທີມງານມາຈາກກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາ 3 ກົມກອງ ຕະ
ຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ໄດ້ຮັບຟັງການລາຍງານຫຍໍ ້ຂອງຄະນະພັກ-ຄະນະບັນຊາທັງ 3 ກົມກອງ ເຖິ່ງສະພາບຈຸດພິເສດ, ທີຕັ້ງ, ພາລະບົດບາດ, ໜ້າທີ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານ ໂດຍລວມພະນັກງານ-ນັກຮົບມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຫ້າວຫັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຂອບເຂດຊາຍແດນທີ່ຕົນເອງຮັບຜິດຊອບມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານໄດ້ຮັບການປັບປຸງແກ້ໄຂດີຂຶ້ນເປັນກ້າວໆ, ໄປພ້ອມກັນນີ້ ຍັງໄດ້ເຄື່ອນໄຫວພົວພັນຮ່ວມມືກັບບັນດາກົມກອງເພື່ອນມິດຍຸດທະສາດ ສອດຄ່ອງຕາມແນວທາງການຕ່າງປະເທດຂອງພັກ.
ໂອກາດນີ້, ສະຫາຍ ພັນເອກ ທອງໄຂ ສີຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານທັງ 3 ກົມກອງສ້າງໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນສະພາບຂອງສາກົນ, ພາກພື້ນທີ່ຜັນແປໄປຢ່າງສະຫຼັບຊັບຊ້ອນ, ສົ່ງຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ກະທົບຕໍ່ການດຳລົງຊີວິດປະຊາຊົນບັນດາເຜົ່າ ກໍຄືພະນັກງານ-ນັກຮົບ ໃນກຳລັງປະກອບອາວຸດ ຢືນຢູ່ຕໍ່ໜ້າສະພາບການດັ່ງກ່າວ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈະຕ້ອງເພີ່ມທະວີສຶກສາອົບຮົມການ
ເມືອງ-ນຳພາແນວຄິດໃຫ້ຕໍ່ເນື່ອງເລິກເຊິ່ງ ແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຍົກສູງນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ເສີມຂະຫຍາຍ 3 ທາດ, 6 ມູນເຊື້ອອັນດີງາມຂອງກອງທັບ, ປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ຍົກສູງບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສືບຕໍ່ເອົາໃຈໃສກໍ່ສ້າງພັກ-ພະນັກງານ ຮຸ່ນສືບທອດໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດດີ, ມີຄວາມຮູ້ ຄວາມສາມາດ, ມີແບບແຜນວີທີເຮັດວຽກທີ່ມີຫຼັກການວິທະຍາສາດ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ຖືເອົາມະຫາຊົນເປັນກຳລັງແຮງລວມຂອງກົມກອງ, ສືບຕໍ່ເຮັດວຽກງານອົບຮົມ-ຫັດແອບ ເພື່ອເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ຂອງນາຍ ແລະ ພົນທະຫານ ປະຕິບັດລະບອບບົວລະບັດພັດເຊັດ, ກວດກາພາຫະນະເຕັກນິກອາວຸດຍຸດໂທປະກອນຂອງກອງ
ທັບໃຫ້ຕໍ່ເນື່ອງເຂັ້ມງວດ, ໄປພ້ອມກັບການສູ້ຊົນສ້າງພະລາທິການກັບທ່ີ, ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມທິດ 4 ປູກ 4 ລ້ຽງທີ່ກົມໃຫຍ່ພະລາທິການກອງທັບວາງອອກ ຕາມທ່າແຮງເງື່ອນໄຂບົ່ມຊ້ອນຂອງກົມກອງ ແລະ ສືບຕໍ່ພົວພັນຮ່ວມມືກັບເພື່ອມິດສາກົນທີ່ກ້າວໜ້າ ຕາມແນວທາງການຕ່າງປະເທດຂອງພັກ ເພື່ອພັດທະນາຕົນເອງ ແລະ ກົມກອງໃຫ້ກາຍເປັນກອງທັບປະຕິວັດທີ່ມີລະບຽບແບບແຜນທັນສະໄໝຂຶ້ນເປັນກ້າວໆ.
ຈາກນັ້ນ, ສະຫາຍ ພັນເອກ ທອງໄຂ ສີຍາລາດ ຍັງໄດ້ມອບລົດຈັກ ຈຳນວນ 2 ຄັນ ໃຫ້ກອງຮ້ອຍທະຫານຊາຍແດນ 125 ກ່າວຮັບໂດຍ ສະຫາຍ ພັນຕີ ສິງທອນ ອິນທະປັນຍາ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 125 ແລະ ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 124 ອີກຈຳນວນໝຶ່ງ.
ໂດຍ: ວໍລະສິດ ພິດສະຫາຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ