
ກົມໃຫຍ່ເຕັກນິກກອງທັບ ເຂົ້າຊົມງານວາງສະແດງຮູບພາບ ສະເຫຼີມສະຫຼອງວັນໄຊຊະນະ ບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ
ເວລາອອກຂ່າວ: 2024-05-23 09:22:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 581 | ຄວາມນິຍົມ:
ວັນທີ 21 ພຶດສະພາ 2024 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ນຳພາສະມາຊິກຊາວໜຸ່ມ-ແມ່ຍິງ ຈຳນວນ 25 ສະຫາຍເຂົ້າຮັບຊົມງານວາງສະແດງຮູບພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ (7 ພຶດສະພາ 1954-7 ພຶດສະພາ 2024) ຢູ່ທີ່ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ, ນຳພາໂດຍ ສະຫາຍ ພັນເອກ ສາຍຄຳ ພົມມະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍສະມາຊິກຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ.
ຈຸດປະສົງ ຂອງການເຂົ້າຮັບຊົມງານວາງສະແດງຮູບພາບໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ ແລະ ຖືເອົາໂອກາດນີ້ເປັນການປຸກລະດົມແນວຄິດຈິດໃຈຂອງພະນັກງານ-ນັກຮົບໄດ້ຮຽນຮູ້ເຖິງມູນເຊື້ອທາງດ້ານປະຫວັດສາດ, ມູນເຊື້ອຮ່ວມສຳພັນສູ້ຮົບກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຜົນງານໄຊຊະນະບັ້ນຮົບດຽນບຽນຝູ, ໄຊຊະນະດຽນບຽນຟູບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມເທົ່ານັ້ນ; ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນເພື່ອ ປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຫວຽດນາມ, ລາວ ແລະ ກຳປູເຈຍ.
ສຳລັບປະເທດລາວ, ໄຊຊະນະດຽນບຽນຟູ ໄດ້ມີຄວາມສຳຄັນໃນການສາມັກຄີພິເສດ, ຮ່ວມ ສຳພັນສູ້ຮົບລະຫວ່າງລາວ-ຫວຽດນາມ, ເປັນໄຊຊະນະຕ້ານສັດຕູຕົວດຽວກັນ, ປະສານສົມທົບ ແລະ ຊ່ວຍໜູນ ເຊິ່ງກັນ ແລະ ກັນ ເພາະວ່າດຽນບຽນຝູ ຢູ່ໃກ້ກັບແຂວງຜົ້ງສາລີ ແລະ ຫົວພັນ, ສະນັ້ນ ຕີຊະນະຝຣັ່ງຢູ່ດຽນບຽນຝູຈຶ່ງທັບມ້າງແຫຼ່ງທີ່ໝັ້ນສຳຄັນຂອງສັດຕູ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສາຍຄຳ ພົມມະວົງ ໄດ້ສະແດງຄວາມຮູ້ສຶກຕໍ່ການເຂົ້າຊົມຮູບພາບໃນຄັ້ງນີ້ວ່າ: ຮູບພາບລະນຶກວັນໄຊຊະນະບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ ສ່ອງແສງໃຫ້ເຫັນເຫດການຕ່າງໆໃນປະຫວັດສາດ ເປັນຕົ້ນການຕໍ່ສູ້ອັນດຸເດືອດ ຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ຊາດຂອງກອງທັບປະຊາຊົນຫວຽດນາມ ເພື່ອຕໍ່ສູ້ປົດປ່ອຍຊາດ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ການແຊກແຊງຊ່ວຍໜູນຂອງພວກຈັກກະພັດອາເມຣິກາ, ທັງສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ອົດທົນຜ່ານຜ່າບໍ່ຍອມຈຳນົນຕໍ່ສັດຕູຂອງບັນດານັກຮົບໃນບັ້ນຮົບດຽນບຽນຝູຈົນສາມາດຍາດໄດ້ໄຊຊະນະສູ່ປະເທດຊາດໄດ້ເຖິງທຸກວັນນີ້.
ໂດຍ: ສຸເວດ ສີດາຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ