ແຂວງ ສະຫວັນນະເຂດ ຈັດພິທີມອບ-ສົ່ງອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ປະຈໍາສົກປີ 2023-2024 ຈຳນວນ 12 ອັດຖິ ກັບຄືນສູ່ປະເທດຢ່າງສົມກຽດ
ເວລາອອກຂ່າວ: 2024-05-23 14:51:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1896 | ຄວາມນິຍົມ:
ໂດຍປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງ ຄະນະກໍາມະການປະຕິບັດງານພິເສດ ແຂວງ ສະຫວັນນະເຂດ ສປປ ລາວ ແລະ ແຂວງ ກວາງຈິ ສສ ຫວຽດນາມວ່າດ້ວຍການປະສານສົມທົບ ແລະ ຮ່ວມມືໃນການຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພື້ນທີ່ແຂວງ ສະຫວັນນະເຂດ ເພື່ອນໍາສົ່ງອັດຖິພວກເພິ່ນກັບຄືນສູ່ປະເທດຢ່າງສົມກຽດ.
ເຊິ່ງໃນລະຫວ່າງວັນທີ20-22 ພຶດສະພາ 2024 ນີ້ ຢູ່ທີ່ກອງຂຸດຄົ້ນອັດຖິ584 ບ້ານໂພໄຮ່ ເມືອງເຊໂປນ ແຂວງສະຫວັນນະເຂດ ຄະນະປະຕິບັດງານພິເສດແຂວງ ສະຫວັນະເຂດ ທີ່ນຳໂດຍ ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຄະນະພັກກະຊວງ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຮອງປະທານຄະນະປະຕິບັດງານພິເສດ ລັດຖະບານແຫ່ງ ສປປລາວ ພ້ອມດ້ວຍ ສະຫາຍ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງສະຫວັນະເຂດ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຕະຫຼອດຮອດຄະນະການນຳກອງບັນຊາການກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຄະນະພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຄະນະການນຳເມືອງເຊໂປນ, ເມືອງພະລານໄຊ ໄດ້ຮ່ວມກັບ ຄະນະປະຕິບັດງານພິເສດແຂວງ ກວາງຈິ ສສ ຫວຽດນາມ ນໍາໂດຍ ສະຫາຍ ນາງ ດັ້ງທິຫ້າຍເຕີມ ຫົວໜ້າກົງສູນໃຫຍ່ ແຫ່ງສສຫວຽດນາມ ປະຈໍາແຂວງ ສະຫວັນນະເຂດ,ສະຫາຍ ພັນເອກ ຫງວ໊ຽນ ບ່າ ຢ້ວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ກວາງຈິ ສສ ຫວຽດນາມ ຫົວໜ້າຄະນະປະຕິບັດງານພິເສດແຂວງພ້ອມຄະນະກອງຂຸດຄົ້ນອັດຖິ584 ຈັດພິທີ ວາງພວງມາລາເພື່ອສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນຂອງນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊິວິດ ເພື່ອອຸດົມການສັງຄົມນິຍົມ, ເພື່ອໜ້າທີ່ສາກົນກໍາມະຊີບອັນສູງສົ່ງ ແລະ ມີກຽດສະຫງ່າ.
ຕໍ່ມາໃນຕອນເຊົ້າຂອງວັນທີ21 ພຶດສະພາ ທາງຄະນະປະຕິບັດພິເສດ ແຂວງ ສະຫວັນນະເຂດ ໄດ້ນໍາອັດຖິ ຈໍານວນ12ອັດຖິ ໃສ່ຫີບ2ໃບ ປົກຄຸມດ້ວຍທຸງຊາດລາວ ເພື່ອນໍາສົ່ງພວກເພີ່ນກັບຄືນສູ່ປະເທດຢ່າງສົມກຽດໂດຍມີພິທີມອບ-ຮັບ ແລະ ກ່າວມອບ-ກ່າວຮັບຢ່າງສົມກຽດທີ່ດ່ານສາກົນລາວ-ບາວ, ໂດຍການເຂົ້າຮ່ວມໃນພິທີທັງສອງຝ່າຍຄື:ຝ່າຍແຂວງ ສະຫວັນນະເຂດ ສປປລາວ ມີສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຄະນະພັກກະຊວງ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ,ຮອງປະທານຄະນະປະຕິບັດງານພິເສດ ລັດຖະບານແຫ່ງ ສປປລາວ, ສະຫາຍ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນະເຂດ ປະທານຄະນະກຳມະການປະຕິບັດງານພິເສດແຂວງສະຫວັນະເຂດ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຝ່າຍແຂວງກວາງຈິ ສສ ຫວຽດນາມ ມີສະຫາຍ ນາງ ດັ້ງທິຫ້າຍເຕີມ ຫົວໜ້າກົງສູນໃຫຍ່ ແຫ່ງສສຫວຽດນາມ ປະຈໍາແຂວງ ສະຫວັນນະເຂດ, ສະຫາຍ ຮ່ວາງນາມ ຮອງປະທານຄະນະກໍາມະການປະຊາຊົນແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງກວາງຈິ ສສ ຫວຽດນາມ, ມີອຳນາດການປົກຄອງແຂວງສະຫວັນະເຂດ-ກວາງຈິ, ການນໍາເມືອງເຊໂປນ,ເມືອງພະລານໄຊ ຕະຫຼອດຮອດພະນັກງານ-ຄູອາຈານ ແລະ ນ້ອງນັກຮຽນໂຮງຮຽນມັດທະຍົມສົມບູນບ້ານແດນສະຫວັນ ແລະ ພໍ່ແມ່ຍາດພີ່ນ້ອງຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມເຂົ້າຮ່ວມ.
ໃນພິທີຄະນະປະຕິບັດງານພິເສດທັງສອງຝ່າຍສະຫວັນະເຂດ-ກວາງຈິ ກໍ່ໄດ້ຂຶ້ນຜ່ານບົດສະດຸດີ ໂດຍປະຕິບັດຕາມສັນຍາຮ່ວມມືລະຫວ່າງຄະນະກໍາມະການປະຕິບັດງານພິເສດສອງແຂວງ ສະຫວັນນະເຂດ-ກວາງຈິ ໃນສົກລະດູແລ້ງ2023-2024 ກອງຂຸດຄົ້ນອັດຖິ584 ກອງບັນຊາການທະຫານແຂວງ ກວາງຈິ ໄດ້ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ພໍ່ແມ່ປະຊາຊົນແຂວງ ສະຫວັນນະເຂດ ໂດຍສະເພາະແມ່ນບັນດາພື້ນທີ່ເມືອງເປົ້າໝາຍ ເຄື່ອນໄຫວເຮັດໜ້າທີ່ຊອກຫາ, ເກັບກໍາຂໍ້ມູນດ້ວຍຄວາມຮັບຜິດຊອບສູງ ມາຮອດປັດຈຸບັນ ສາມາດຂຸດຄົ້ນ, ທ້ອນໂຮມອັດຖິໄດ້12ອັດຖິ, ເພື່ອກ່າວມອບ ແລະ ອໍາລາເປັນຄັ້ງສຸດທ້າຍຕໍ່ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອອຸດົມການສັງຄົມນິຍົມ, ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດຂອງສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນຢູ່ແຂວງສະຫວັນນະເຂດ, ເພື່ອປະຕິບັດໜ້າທີ່ສາກົນ ຊ່ວຍເຫຼືອການປະຕິວັດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກອງທັບຫວຽດນາມໄດ້ສົ່ງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມມາຮ່ວມສູ້ຮົບຄຽງບ່າຄຽງໄຫຼກັບກໍາລັງປະກອບອາວຸດລາວ ນັບທັງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ຮ່ວມຂຸມຄອງສູ້ຮົບອັນດຽວກັນ ຕໍ່ສູ້ຕີສັດຕູຜູ້ຮຸກຮານໂຕດຽວກັນ, ເລືອດເນື້ອຂອງນັກຮົບປະຕິວັດສອງຊາດໄດ້ໄຫຼເຈື່ອນເປັນສີແດງໃນທຸກຫົນແຫ່ງຂອງຂຸມຄອງສູ້ຮົບ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີອັນພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ, ນໍ້າໃຈກໍາມະຊີບອັນສູງສົ່ງຂອງກອງທັບປະຊາຊົນຫວຽດນາມເຖິງເວລາຈະລ່ວງກາຍຜ່ານມາຫຼາຍສິບປີແລ້ວ ແຕ່ບັນດາຮູບພາບກໍາປືນສູ້ຮົບບົນສະໝໍລະພູມທີ່ດຸເດືອດຮ່ວມຂຸມຄອງສູ້ຮົບອັນດຽວກັນຂອງນັກຮົບປະຕິວັດສອງຊາດລາວ-ຫວຽດນາມ ຍັງຢູ່ໃນຄວາມຊົງຈໍາ ແລະ ຢູ່ໃນດວງໃຈ ຂອງພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນລາວຕະຫຼອດໄປ, ພ້ອມທັງຈາລຶກໄວ້ໃນປື້ມປະຫວັດສາດ ແຫ່ງການຕໍ່ສູ້ຂອງປະຊາຊົນລາວຕະຫຼອດໄປ ຈາກນັ້ນກໍ່ໄດ້ພ້ອມກັນເຊັນບົດບັນທຶກມອບ-ຮັບອັດຖິຢ່າງເປັນທາງການ.
ພາຍຫຼັງສຳເລັດພິທີມອບ-ຮັບແລ້ວ ຄະນະປະຕິບັດງານພິເສດແຂວງສະຫວັນະເຂດກໍ່ໄດ້ເດີນທາງເຂົ້າຮ່ວມພິທີນຳເອົາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມເຂົ້າຢູ່ສຸສານນັກຮົບນິລະນາມແຫ່ງຊາດເສັ້ນທາງເລກ 9 ແຂວງກວາງຈິ ສສ ຫວຽດນາມ ໂດຍພິທີແມ່ນຈັດໃຫ້ມີຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22ພຶດສະພາ ໂດຍມີ ຄະນະປະຕິບັດງານພິເສດທັງສອງຊາດລາວ-ຫວຽດນາມ, ແຂວງສະຫວັນນະເຂດ-ກວາງຈິ, ອຳນາດການປົກຄອງທ້ອງຖິ່ນກຳລັງ ປກຊ-ປກສ ແລະ ຊາວໜຸ່ມເຍົາວະຊົນແຂວງກວາງຈິເຂົ້າຮ່ວມ.
ພາບ-ຂ່າວ:ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ