
ໂຮງງານເກີບທັນວາ ກອງທັບ ຈັດຕັ້ງຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2024-05-28 08:35:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 415 | ຄວາມນິຍົມ:
ວັນທີ 24 ພຶດສະພາ 2024, ໂຮງງານເກີບທັນວາ ກອງທັບ ໄດ້ຈັດຕັ້ງຍ້ອງຍໍຜົນງານ 5 ປີຂອງກອງທັບ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສີຫາ ແກ້ວບຸນຊູ ຫົວໜ້າພະແນກອຸປະໂພກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ ແລະ ພະ
ນັກງານ-ນັກຮົບ ເຂົ້າຮ່ວມ.
ການຍ້ອງຍໍຜົນງານ 5 ປີຂອງກອງທັບ ໃຫ້ນາຍ ແລະ ພົນທະຫານ ຢູ່ ໂຮງງານເກີບທັນວາ ກອງທັບ ໃນຄັ້ງນີ້ ລວມມີປະເພດຫຼຽນໄຊພິລະອາດຫານ ຊັ້ນ II ຈຳນວນ 6 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 8 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 29 ສະຫາຍ ແລະ ໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງກອງທັບ ຈຳ ນວນ 18 ສະຫາຍ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ