ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ສຳເລັດ​ການ​ເຄື່ອນ​ຍ້າຍ​ຮ່າງ​ອັດຖິ ຈາກ​ແຂວງ​ຊຽງ​ຂວາງ ໄປ ແຂວງ​ເຫງະ​ອານ ​ສສ ຫວຽດນາມ
ເວລາອອກຂ່າວ: 2024-05-28 08:38:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 384 | ຄວາມນິຍົມ:



ຂະ​ບວນ​ເຄື່ອນ​ຍ້າຍ​ຮ່າງ​ອັດຖິ ທະຫານ​ອາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ຈາກ ແຂວງ​ຊຽງ​ຂວາງ​ ໄປ​ຫາ​ແຂວງ​ເຫງະ​ອານ ​ສສ​ ຫວຽດນາມ ໄດ້​ຈັດ​​ຂຶ້ນ​ໃນ​ວັນ​ທີ 21 ພຶດສະພາ 2024 ນີ້, ໂດຍ​ເລີ່ມ​ເຄື່ອນ​ຍ້າຍ​ຈາກ​ເມືອງ​ແປກ ແຂວງ​ຊຽງ​ຂວາງ ​ສປປ ລາວ ຜ່ານ​ເສັ້ນທາງ ເລກ 7 ໄປ​ຊາຍ​ແດນນ້ຳ​ກັ່ນ ອອກ​ສູ່​ປະເທດ​ຫວຽດນາມ ໄດ້​ສຳເລັດ​ລົງ​ດ້ວຍ​ນ້ຳ​ໃຈຄວາມ​ຮັບຜິດຊອບ​ສູງ​ຂອງ​ທັງ​ສອງ​ຝ່າຍ ໂດຍ​ສະເພາະ​ແມ່ນ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ເຫງະ​ອານ, ແຂວງ​ຊຽງ​ຂວາງ, ວຽງ​ຈັນ ແລະ ໄຊ​ສົມບູນ. ເຊິ່ງ​ຮ່າງ​ອັດຖິ​ທີ່​ເຄື່ອນ​ຍ້າຍ​ໃນ​ຄັ້ງ​ນີ້, ​ໄດ້​ຈາກ​ການ​ຄົ້ນ​ຢູ່​ພື້ນ​ທີ່ ຂອງ 3 ແຂວງ (ແຂວງ​ຊຽງ​ຂວາງ, ວຽງ​ຈັນ ແລະ ໄຊ​ສົມບູນ ) ໃນ​ນີ້, ແຂວງ​ຊຽງ​ຂວາງ​ຂຸດ​ຄົ້ນ​ໄດ້ 75 ອັດຖິ, ໄຊ​ສົມບູນ 9 ອັດຖິ, ວຽງ​ຈັນ 3 ອັດຖິ. ຕະຫຼອດ​ໄລຍະ​ການ​ເດີນທາງ ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ທະຫານ​ຕຳຫຼວດ, ປະຊາຊົນ​ບັນດາເຜົ່າ, ຊາວ​ໜຸ່ມ-ເຍົາວະ​ຊົນ ຊາວ​ເມືອງ​ໜອງ​ແຮດ ແຂວງ​ຊຽງ​ຂວາງ, ເມືອງ​ກີ້​ເຊີ່ນ, ເມືອງ​ເຕື່ອງ​ເດື່ອງ ຈົນ​ຮອດ ສຸສານ​ນັກຮົບ ເມືອງ​ງິ​ລົກ ແຂວງ​ເຫງະອານ ​ສສ ຫວຽດນາມ ເຊິ່ງ​ເຂົາເຈົ້າ​ໄດ້​ອອກ​ມາ​ຕ້ອນຮັບ​ຢ່າງ​ແໜ້ນໜາ ແລະ ເຄົາລົບ, ວາງ​ພວງມາລາ, ຈູດ​ທູບ​ທຽນ ເພື່ອ​ເປັນ​ການ​ລ້ຳ​ລຶກ​ເຖິງ​ດວງ​ວິນ​ຍານ​ຂອງ​ກຳລັງ​ທະຫານ​ຫວຽດນາມ ທີ່​ໄດ້​ເສຍສະຫຼະ​ເລືອດ​ເນື້ອ​ເພື່ອ​ປະເທດ​ຊາດ, ສະຫຼະ​ຊີວິດ​ໄວ​ໜຸ່ມ, ຈາກ​ບ້ານ​ເກີດ​ເມືອງ​ນອນ​ອັນ​ແສນ​ຮັກ, ຈາກ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ​ ລູກ-ເມຍ, ຍາດຕິ​ພີ່ນ້ອງ ໄປ​ປະຕິບັດ​ໜ້າທີ່​ຢູ່ ​ສປປ ລາວ ໃນ​ປາງ​ສົງຄາມ​ຕໍ່ສູ້​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ ນຳ​ເອົາ​ຄວາມ​ສັນຕິພາບ, ຄວາມ​ຢູ່​ເຢັນ​ເປັນ​ສຸກ​ມາ​ໃຫ້​ປະຊາຊົນ​ບັນດາເຜົ່າ​ສອງ​ຊາດ ລາວ-ຫວຽດນາມ ຈົນ​ຮອດ​ປັດຈຸບັນ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ