ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ກອງບັນຊາການທະຫານແຂວງບໍລິຄຳໄຊປະກາດສ້າງຕັ້ງກອງຮ້ອຍກຳລັງສຳຮອງຂອງເມືອງປາກຊັນ
ເວລາອອກຂ່າວ: 2024-05-28 10:05:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1332 | ຄວາມນິຍົມ:



ວັນທີ24 ພຶດສະພາ 2024 ນີ້, ຢູ່ທີ່ສະໂມສອນຂອງຫ້ອງວ່າການປົກຄອງເມືອງ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດສ້າງຕັ້ງກອງຮ້ອຍກຳລັງສຳຮອງ ທະຫານຮາບທີ01 ຂອງເມືອງປາກຊັນ ແລະ ເປັນກອງຮ້ອຍທີ04 ຂອງແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການທະຫານແຂວງ, ແຂກຖືກເຊີນ, ພາກສ່ວນກ່ຽວຂ້ອງຕະຫຼອດຮອດກຳລັງສຳຮອງທົ່ວເມືອງປາກຊັນເຂົ້າຮ່ວມ. ສະຫາຍ ພັນເອກ ພິດາວັນ ພິມເຮືອງສີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 1230/ກສນ, ລົງວັນທີ7 ພຶດສະພາ 2024 ວ້າດ້ວຍການສ້າງຕັ້ງກອງຮ້ອຍກຳລັງສຳຮອງປ້ອງກັນຊາດ ຂອງເມືອງປາກຊັນ ແຂວງບໍລິຄຳໄຊ, ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນຊາດ ສະບັບເລກທີ 67/ສພຊ, ລົງວັນທີ11 ທັນວາ 2015 ທີ່ໄດ້ລະບຸໄວ້ໃນໝວດທີll ມາດຕາທີ11 ວ່າດ້ວຍພື້ນຖານວຽກງານປ້ອງກັນຊາດ ແລະ ດຳລັດ ຂອງລັດຖະບານ ວ່າດ້ວຍກຳລັງສຳຮອງປ້ອງກັນຊາດ ສະບັບເລກທີ148/ລບ, ລົງວັນທີ 02 ມີນາ 2021 ໄດ້ລະບຸໄວ້ໃນໝວດທີlll ມາດຕາ12 ວ່າດ້ວຍການສ້າງກໍາລັງສໍາຮອງປ້ອງກັນຊາດ ແລະ ອີງໃສ່ ແຜນການກໍ່ສ້າງ ແລະ ອົບຮົມ-ຫັດແອບໃຫ້ກໍາລັງສໍາຮອງປ້ອງກັນຊາດ ປະຈຳປີ 2023, ກົມໃຫຍ່ເສນາທິການກອງທັບ ຕົກລົງ ສ້າງຕັ້ງກອງຮ້ອຍກຳລັງສຳຮອງທະຫານຮາບທີ 01 ຢູ່ເມືອງປາກຊັນ ປະກອບມີ232 ສະຫາຍ, ມີຄະນະບັນຊາກອງຮ້ອຍ03 ສະຫາຍ, ແບ່ງອອກເປັນ03 ໝວດ ແລະ09 ໝູ່ຂຶ້ນກັບມີພາລະບົດບາດເປັນກອງໜູນເພື່ອເພີ່ມກຳລັງປະຈຳການຂອງກອງທັບໃນເມື່ອມີຄວາມຕ້ອງການ, ມີສິດ ແລະ ໜ້າທີ່ປະຕິບັດຕາມຄຳຮຽກເອີ້ນອົມຮົມ-ຫັດແອບ, ການກວດກາຄວາມກຽມພ້ອມເຂົ້າປະຈຳການໃນກອງທັບ ແລະ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງຊາດ. ຕອນທ້າຍ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ ກໍ່ໄດ້ໂອ້ລົມກ່ອນອື່ນ ສະຫາຍໄດ້ຍ້ອງຊົມເຊີຍຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງ ສາມາດເຮັດໃຫ້ການສ້າງຕັ້ງກຳລັງສຳຮອງ ໄດ້ຮັບການປະກາດຂຶ້ນຢ່າງເປັນທາງການ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງແຕ່ລະຂັ້ນເອົາໃຈໃສ່ຕິດຕາມກວດກາບັນຊີຈຳນວນພົນ ການເພີ່ມລຸດຂອງກຳລັງພົນສຳຮອງໃນແຕ່ລະໄລຍະ, ເປັນເຈົ້າການປະສານສົມທົບກັບຂຶ້ນເທິງສ້າງແຜນການອົບຮົມ-ຫັດແອບການເມືອງ, ການທະຫານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ເຂັ້ມແຂງດ້ານການຈັດຕັ້ງ, ສຳລັບຄະນະກອງຮ້ອຍ, ໝວດ, ໝູ່ ຕ້ອງກຳໄດ້ບັນຊີຈຳນວນພົນຂັ້ນຂອງຕົນ, ເກັບກຳສະຖິຕິຊີວະປະຫວັດ ແລະ ສະພາບການເມືອງແນວຄິດການເຄື່ອນໄຫວຕ່າງໆຂອງກຳສຳຮອງທີ່ຕົນຄຸ້ມຄອງສ່ວນກຳລັງສຳຮອງແຕ່ລະສະຫາຍຕ້ອງເຂົ້າໃຈຕໍ່ພັນທະໜ້າທີ່ຂອງຕົນ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງໃຫ້ເຂັ້ມງວດແນໃສ່ເຮັດໃຫ້ກຳລັງສຳຮອງມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ. ຂ່າວ-ພາບ ສີທອງ ຈັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ