ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊຸກຍູ້, ຊີ້ນຳວຽກງານ ປກຊ - ປກສ ທົ່ວແຂວງອຸດົມໄຊ
ເວລາອອກຂ່າວ: 2024-05-28 10:35:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1180 | ຄວາມນິຍົມ:



ໃນວັນທີ27 ພຶດສະພາ 2024 ນີ້, ທີ່ກອງບັນຊາການທະຫານແຂວງອຸດົມໄຊໄດ້ເປີດກອງປະຊຸມຊຸກຍູ້, ຊີ້ນຳວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວແຂວງອຸດົມໄຊ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ ຈົ່ງເຕັງເຈຍຊາ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ປະທານສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະກອງບັນຊາການທະຫານ-ຕຳຫຼວດ, ພະແນກຖະແຫຼ່ງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວແຂວງ, ພະແນກສຶກສາ ແລະ ກິລາແຂວງ, ໂຮງຮຽນວິທະຍາໄລເຕັກນິກ ແລະ ໂຮງຮຽນ ມສ ແຂວງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊໄດ້ຂຶ້ນລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນ1 ປີຜ່ານມາ, ພ້ອມທັງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້, ເປັນຕົ້ນແມ່ນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງ, ເຊິ່ງສະແດງອອກໄດ້ເປີດອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດ-ປ້ອງຄວາມສະຫງົບເປົ້າໝາຍ 3 ໃຫ້ພະນັກງານຫຼັກແຫຼ່ງການນຳແຂວງ, ເມືອງໄດ້ 1 ຊຸດ ມີຈຳນວນພົນ 42 ສະຫາຍ, ເປີດອົບຮົມການຮຽນການສອນວຽກງານພື້ນຖານປ້ອງກັນຕົວໃຫ້ບັນດາໂຮງຮຽນວິທະໄລ ແລະ ຊັ້ນມໍ 7 , ເປີດອົບຮົມຫັດໃຫ້ກອງຫຼອນ-ກອງປ້ອງກັນຕົວ, ອົບຮົມ-ຫັດແອບບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບໄດ້ 2 ບ້ານມີຜູ້ເຂົ້າຮ່ວມ 290 ສະຫາຍ. ໂອກກາດດຽວກັນນີ້, ສະຫາຍ ພົນຕີ ສີດາລໍ ຈົ່ງເຕັງເຈຍຊາ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ໄດ້ເນັ້ນໜັກໃຫ້ເພີມທະວີສຶກສາອົບຮົມວຽກງານ ປກຊ-ປກສໃຫ້ກ້ວາງຂວາງ, ເລິກເຊິ່ງ ແລະ ເຂົ້າເຖິງບັນດາກຸ່ມເປົ້າໝາຍພ້ອມຈັດຕັ້ງຜັນຂະຫຍາຍໜ້າທີ່ໃຫ້ແຕ່ລະພາກສ່ວນຢ່າງລະອຽດ, ພ້ອມກັນຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ, ຄະນະກຳມະການວຽກງານສຶກສາ ປກຊ-ປກສ ຈົ່ງເປັນໃຈກາງສ້າງແຜນການຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ຊັດເຈນ, ຈະແຈ້ງ, ລົງຊຸກຍູ້ຄະນະກຳມະການຂັ້ນຕ່າງໆ, ຕິດຕາມ, ກວດກາການຮຽນ-ການສິດສອນຂອງໂຄງການຫຼັກສູດຢູ່ແຕ່ລະໂຮງຮຽນ, ແຕ່ລະຂັ້ນໃຫ້ໄດ້ຕາມລະດັບຄາດໝາຍ, ເປັນເຈົ້າການສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບ, ເອົາໃຈໃສ່ປະຕິບັດຕາມສິດໜ້າທີ່ຂອງຕົນໃຫ້ຖືກຕ້ອງສອດຄອງກັບສະພາບຕົວຈິງ, ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ. ຂ່າວ - ພາບ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ