ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ມອບເງິນນະໂຍບາຍອຸດໜູນບຳນານ ແລະ ອຸດໜູນເທື່ອດຽວໃຫ້ພະນັກງານພັກການເຂົ້າຮັບເບ້ຍບຳນານ
ເວລາອອກຂ່າວ: 2024-05-28 10:40:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1284 | ຄວາມນິຍົມ:



ວັນທີ27 ພຶດສະພາ 2024 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດໄດ້ ມອບຮັບເງິນນະໂຍບາຍໃຫ້ພະນັກງານທີ່ມີເງື່ອນໄຂພັກການເຂົ້າຮັບເບ້ຍບຳນານຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງໝວດທີ1 ມາດຕາ33 ແລະ 34 ກອງທັບປະຊາຊົນລາວ, ຕາມກົດໝາຍປະກັນສັງຄົມຂອງກອງທັບ, ອີງຕາມໜັງສືສະເໜີຂອງກົມວສ-ປສການທະຫານ ເລື່ອງປະຕິບັດນະໂຍບາຍຕໍ່ພະນັກງານບຳນານ ກະຊວງປ້ອງກັນປະເທດອະນຸມັດຂໍ້ຕົກລົງຄິດໄລ່ເງິນອຸດໜູນໃຫ້ພະນັກງານບຳນານ ແລະ ພະນັກງານທີ່ມີເງື່ອນໄຂອອກອຸດໜູນເທື່ອດຽວໃນຄັ້ງນີ້ ຈຳນວນ 06 ສະຫາຍປະກອບມີ: ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ, ພັນໂທ ຄໍາສິງ ພັນທະວົງ ຮອງຫ້ອງວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ, ພັນໂທ ສົມເອື້ອງ ຂຸນມາລາ ຮອງຫ້ອງຂໍ້ມູນ-ຂ່າວສານ, ພັນໂທ ບົວພັນ ວັນນະສອນ ຮອງພະແນກການເງິນ, ພັນໂທ ນາງ ວັນທາ ບໍໃບຄຳ ຫົວໜ້າພະແນກພິທີການ, ຮ້ອຍໂທ ລຳເງິນ ວັນນະສອນ ຊ່ວຍວຽກຫ້ອງວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ. ເງິນທີ່ມອບໃນຄັ້ງນີ້ມີທັງໝົດ 166,548,912 ກີບ ໂດຍເຂົ້າຮ່ວມກ່າວມອບຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວສ-ປສການທະຫານ ແລະ ກ່າວຮັບຂອງບັນດາສະຫາຍທີ່ໄດ້ຮັບເງິນອຸດໜູນບຳນານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ອູເທບ ພົມມະເທດ ຫົວໜ້າພະແນກການເມືອງໄດ້ກ່າວວ່າ,ໂດຍປະຕິບັດຕາມນະໂຍບາຍຂອງກະຊວງປ້ອງກັນປະເທດທີ່ມີຕໍ່ພະນັກງານຂັ້ນສູງທີ່ພັກການຮັບເບ້ຍບຳນານຕາມຫຼັກການຄິດໄລ່ຂອງກົມການເງິນກະຊວງປ້ອງກັນປະເທດ,ກົມປະກັນສັງຄົມກົມໃຫຍ່ການເມືອງກອງທັບ ໃນນັ້ນຄິດໄລ່ເງິນອຸດໜູນບຳນານແມ່ນ 15% ຂອງເງິນເດືອນພື້ນຖານທີ່ໄດ້ຮັບຕໍ່ເດືອນຄິດໄລ່ຕາມປີການແລະນະໂຍບາຍຊົດເຊີຍຂອງເງິນເດືອນພື້ນຖານລວມທັງນະໂຍບາຍອື່ນທີ່ຈຳເປັນຂອງກະຊວງເປັນເງິນທັງໝົດ 166,548,912 ກີບ, ນອກນີ້ຍັງມີນະໂຍບາຍຂອງກົມວສ-ປສການທະຫານຕື່ມອີກພາຍຫຼັງສຳເລັດພິທີມອບແລະຮັບແລ້ວທ່ານຫົວໜ້າກົມແລະທ່ານຮອງຫົວໜ້າກົມກໍ່ໄດ້ປະກອບຄຳຄິດຄຳເຫັນເພື່ອສືບຕໍ່ເສີມສ້າງສາຍພົວພັນອັນດີໃນຕໍ່ໜ້າແລະຍາວນານແລະໃຫ້ຄຳໝັ້ນສັນຍາກັບກົມກອງວ່າຈະພ້ອມກັນປະກອບສ່ວນຄຳຄິດຄຳເຫັນເພື່ອສ້າງສາພັດທະນາກົມກອງໃຫ້ມີຄວາມກ້າວໜ້າພ້ອມທັງເຊື່ອໝັ້ນວ່າຈະນຳເງິນໄປພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນ. ຂ່າວແລະພາບ:ສອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ