
ຫ້ອງວ່າການກະຊວງປ້ອງກັນປະເທດປາຖະກະຖາ 3 ວັນສໍາຄັນຂອງຊາດ
ເວລາອອກຂ່າວ: 2024-05-28 11:04:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1274 | ຄວາມນິຍົມ:
ວັນທີ28 ພຶດສະພາ 2024 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີປາຖະກະຖາ ລະນຶກວັນວິລະກໍາຜູ້ນໍາແນວລາວຮັກຊາດໂຕນຄຸກໂພນເຄັງ ຄົບຮອບ 64 ປີ( 24/5/1960-24/5/2024), ວັນກອງພັນທີ2 ຜ່າວົງປິດລ້ອມອອກຈາກທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ( 18/5/1959-18/5/2024) ແລະ ວັນກໍາມະກອນສາກົນ ຄົບຮອບ 138 ປີ ( 1/5/1886-1/5/2024) ໂດຍການປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮັກສາການຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີກົມ, ກອງ, ຫ້ອງການ, ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອວິລະກຳຜູ້ນຳໂຕນຄຸກໂພນເຄັງຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ໄລຍະປີ 1957-1959 ໂດຍເຄື່ອນໄຫວປະຕິບັດຄວາມຖືກຕ້ອງປອງດອງຊາດຂອງຝ່າຍກຳລັງຮັກຊາດແລະກຳລັງສະໜັບສະໜຸນແນວລາວຮັກຊາດນັບມື້ນັບມີອິດທິພົນສູງເດັ່ນຂຶ້ນໃນທົ່ວປະເທດ ແລະ ເວທີສາກົນ, ກົງກັນຂ້າມກັບບົດບາດ, ອິດທິພົນຂອງຝ່າຍວຽງຈັນລູກແຫຼ່ງຕີນມືຂອງຈັກກະພັດອາເມລິການັບມື້ນັບຫຼຸດລົງ, ດ້ວຍກົນອຸບາຍຫຼອກເສືອອອກຈາກຖໍ້າ ເພື່ອຂ້າເສືອ, ພ້ອມທັງເລ່ຫຼ່ຽມຫັນປ່ຽນໂດຍສັນຕິຂອງພວກເຂົາໄດ້ປະລາໄຊລົງຢ່າງໜັກໜ່ວງ, ຍ້ອນແນວນັ້ນພວກເຂົາຈຶ່ງຈັບກຸມຄຸມຂັງກຳລັງຂອງຝ່າຍແນວລາວຮັກຊາດ ແລະ ບຸກຄົນທີ່ຮັກຊາດຢ່າງໂຫດຮ້າຍ ແຕ່ຍ້ອນການນໍາພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກ, ຄວາມມີນໍ້າໃຈຮັກຊາດອັນແຮງກ້າຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ທີ່ມີຄວາມອົງອາດກ້າຫານ, ຕັດສິນໃຈຍອມເສຍສະຫຼະຊີວິດເລືອດເນື້ອ, ມີຄວາມປີຊາສາມາດໄຫວພິບ ປຸກລະດົມຂົນຂວາຍ, ສຶກສາອົບຮົມສາລະວັດທະຫານຝ່າຍສັດຕູ ໃຫ້ມີແນວຄິດນໍ້າໃຈຮັກຊາດ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ວາງແຜນລະອຽດ ສາມາດນໍາເອົາບັນດາຜູ້ນຳພັກ ແນວລາວຮັກຊາດ ໂຕນອອກຈາກຄຸກໄດ້ສຳເລັດ ແລະ ເດີ່ນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ; ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນການຜ່າວົງປິດລ້ອມຂອງກອງພັນທີ2 ວິລະຊົນທີທົ່ງໄຫຫີນຊຽງຂວາງຄົບຮອບ 65 ປີ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກຳລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາທັງສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດເພື່ອຕີເອົາໄຊຊະນະກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ່ງຕີນມື; ພ້ອມກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນລາວນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ເປັນປັດໄຈພື້ນຖານທີ່ເຮັດໃຫ້ກອງພັນທີ2 ສາມາດຜ່າວົງປິດລ້ອມຢ່າງມີໄຊ; ແລະ ໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ ຄົບຮອບ 138 ປີ, ຜົນງານການເຄື່ອນໄຫວຂອງ ກຳມະກອນລາວ ໃນພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງຊົນຊັ້ນກຳມະກອນໄດ້ຜ່ານຂະບວນວິວັດ ແຫ່ງການຕໍ່ສູ້ ກັບການກົດຂີ່ຂູດຮີດແຮງງານຂອງຊົນຊັ້ນນາຍທຶນຢ່າງໜັກໜ່ວງ, ໂດຍພາຍໃຕ້ແອກປົກຄອງ ຂອງ ລະບອບນາຍທຶນ, ກຳມະກອນຖືກບັງຄັບ ໃຫ້ເຮັດວຽກມື້ໜຶ່ງ 12-15 ຊົ່ວໂມງໃນເງື່ອນໄຂການອອກແຮງງານ ສຸດທີ່ຫຍຸ້ງຍາກລຳບາກ, ມາໃນວັນທີ 1 ພຶດສະພາ 1886 ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ລຸກຂຶ້ນຕໍ່ສູ້ປະທ້ວງ ໃຫ້ພວກນາຍທຶນເພີ່ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກ, ບໍ່ໃຫ້ກຳມະກອນເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, ຄື: 8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງໄດ້ພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ ແລະ ບັງຄັບໃຫ້ພວກນາຍທຶນຮັບຮອງເອົາສິດທິເຮັດວຽກຂອງກຳມະກອນມື້ໜຶ່ງ 8 ຊົ່ວໂມງ ແລະ ຖືກຮັບຮອງເລີ່ມນໍາໃຊ້ໃນວັນທີ 1/5/1886 ຈົນເຖິງປັດຈຸບັນ.
ອານຸສອນ ສິມວົງສາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ