ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ກອງບັນຊາການທະຫານແຂວງ ບໍລິຄຳໄຊ ມອບເງິນອຸດໜູນໃຫ້ພະນັກງານພັກການຮັບເບ້ຍບຳນານ
ເວລາອອກຂ່າວ: 2024-05-28 14:52:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1356 | ຄວາມນິຍົມ:



ໃນວັນທີ27 ພຶດສະພາ 2024 ນີ້, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄດ້ ມອບເງິນອຸດໜູນບຳນານ ແລະ ເງິນຊົດເຊີຍໃຫ້ພະນັກງານທີ່ພັກການຮັບເບ້ຍບຳນານ ໂດຍການເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີບັນດາຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຮັບເບ້ຍບຳນານເຂົ້າຮ່ວມ. ສະຫາຍ ພັນໂທ ສົມຈັນ ພົມມະລາ ຫົວໜ້າພະແນກພະນັກງານໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍອະນຸມັດໃຫ້ນາຍທະຫານພັກການ ຮັບເບ້ຍບຳນານ ອີງຕາມກົດໝາຍວ່າດ້ວຍກອງທັບປະຊາຊົນລາວ ( ສະບັບປັບປຸງ ) ເລກທີ 43/ສພຊ, ລົງວັນທີ 14.06.2018, ໝວດ1 ມາດຕາ33 ແລະ34, ອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ ສະບັບປັບປຸງເລກທີ 54/ສພຊ, ລົງວັນທີ27.06.2018 ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1758/ຫສນຍ, ລົງວັນທີ28.11.2022. ປະຕິບັດເງິນອຸດໜູນຄ່າຄອງຊີບ ຈໍານວນ 150.000 ກີບ. ອີງຕາມການຄົ້ນຄວ້າ ແລະ ການນຳສະເໜີຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດຕົກລົງ ແລະ ເຫັນດີໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງ ບໍລີຄຳໄຊ ພັກການຮັບເງິນອຸດໜູນບຳນານແຕ່ ງວດ2 ສົກປີ 2024 ເປັນຕົ້ນໄປ ຈໍານວນ 17 ສະຫາຍ ລະອຽດມີລາຍຊື່ດັ່ງນີ້: ພັນໂທ ບຸນທົງ ວົງວິໄຊ, ພັນໂທ ວົງເດືອນ ເທບທອງແສນ, ພັນໂທ ດວງຈະເລີນ ແສງສາຍ, ພັນໂທ ໄມມີ ໄຊສົມບັດ, ພັນໂທ ຄໍາຜອງ ວົງດາລາ, ພັນໂທ ຄໍາໝັ້ນ ວົງສັນຕິ, ພັນໂທ ໄພວີ ວົງແສງ, ພັນຕີ ສີສຸກ ແກ້ວມະນີ, ພັນຕີ ບຸນຮາ ສັນທະວີ, ພັນຕີ ທອງສີ ສຸວັນນະຈັກ, ຮ້ອຍເອກ ຄໍາຟອງ ອິນທະວົງ, ຮ້ອຍເອກ ຄໍາດີ ບົວລະວັນ, ຮ້ອຍເອກ ຊຽງເຄືອ ຈັນທະວົງ, ຮ້ອຍເອກ ບຸດສະດີ ບຸນເກີດ, ຮ້ອຍເອກ ແອ ໄຊຍະພອນ. ຮ້ອຍເອກ ຄູນໄຊ ພູນປະເສີດ, ຮ້ອຍເອກ ໜູທອງແສນຄໍາຢອງ. ໃນພິທີດັ່ງກ່າວ, ສະຫາຍປະທານຍັງໄດ້ຍ້ອງຍໍຊົມເຊີຍ ແລະ ຂອບໃຈໃນໄລຍະຜ່ານມາ ບັນດາສະຫາຍໄດ້ອຸທິດເຫືອແຮງ, ຈິດໃຈ, ສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການປະຕິບັດໜ້າທີ່ຢູ່ໃນກົມກອງ, ປະກອບສ່່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດມາ, ພ້ອມຝາກຄວາມຫວັງວ່າສະຫາຍຈະຕັ້ງໜ້າປະກອບສ່ວນຢູ່ຮາກຖານ, ສືບຕໍ່ເສີມຂະຫຍາຍບົດບາດຄວາມເປັນແບບຢ່າງ ໃນການປົກປັກຮັກສາອຸດົມການ ແລະ ທາດແທ້ຂອງການປະຕິວັດ, ຍົກສູງນ້ຳໃຈເປັນເຈົ້າຂອງປະເທດຊາດ, ກອງບັນຊາການທະຫານແຂວງ ຈະໄດ້ໃຫ້ການຊຸກຍູ້ ແລະ ຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພະນັກງານອາວຸໂສບໍານານຕາມຄວາມສາມາດ ແລະ ເງື່ຶອນໄຂຕົວຈິງ. ພາບ-ຂ່າວ: ນາງນ້ອຍ ບານທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ