ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ຫົວໜ້າ​ພະ​ແນກ​ຂ່າວ-ບົດ ກອງ​ວິທະຍຸ​ກະຈາຍສຽງ​ກອງທັບ ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ-ບົດ​ ຢູ່​ກອງ​ພົນ​ທີ 2
ເວລາອອກຂ່າວ: 2024-05-29 08:41:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:



ໃນ​ວັນ​ທີ 27 ພຶດສະພາ 2024 ນີ້, ສະຫາຍ ພັນ​ໂທ ຕ່າຍ​ທອງ ທອງ​ວັນ ຫົວໜ້າ​ພະ​ແນກ​ຂ່າວ-ບົດ ກອງ​ວິທະຍຸ​ກະຈາຍສຽງ​ກອງທັບ​ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ-ບົດ ຢູ່​ກອງ​ພົນ​ທີ 2, ໂດຍ​ມີ​ ສະຫາຍ ພົນ​ຈັດຕະວາ ວຽງ​ແກ້ວ ສີ​ສຸ​ລາດ ຫົວໜ້າ​ການເມືອງ ກອງ​ພົນ​ທີ 2 ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ໃຫ້ການ​ຕ້ອນຮັບ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ວຽງ​ແກ້ວ ສີ​ສຸ​ລາດ ໄດ້​ສະແດງ​ຄວາມ​ຄວາມ​ຍິນ​ດີ​ຕ້ອນຮັບ​ ສະຫາຍ​ຫົວໜ້າ​ພະ​ແນກ​ຂ່າວ-ບົດ ​ກອງ​ວິທະຍຸ​ກະ ຈາຍສຽງ​ກອງທັບ​ພ້ອມ​ຄະນະ ທີ່​ໄດ້​ມາ​ເຄື່ອນ​ໄຫວ​ເກັບ​ກຳ​ ຂ່າວ-ບົດ​ ຢູ່​ກອງ​ພົນ​ທີ 2 ໃນ​ຄັ້ງ​ນີ້, ພ້ອມ​ທັງ​ອວຍພອນ​ໃຫ້​ສະຫາຍ​ພ້ອມ​ດ້ວຍ​ຄະນະ ​ຈົ່ງ​ປະສົບ​ຜົນສຳເລັດ​ໃນ​ການ​​ເກັບ​ກຳ​ຂໍ້ມູນ​ຂຽນ​ບົດ-ຂ່າວ ຢູ່​ກອງ​ພົນ​ທີ 2 ແລະ ບັນດາ​ກອງພັນ​ອ້ອມ​ຂ້າງ​ກອງ​ພົນ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ຕ່າຍ​ທອງ ທອງ​ວັນ ​ໄດ້​ລາຍ​ງານ​ຈຸດປະສົງ​ຂອງ​ການເຄື່ອນ​ໄຫວ​ຄັ້ງ​ນີ້​​ເພື່ອ​ເປັນ​ການ​ປຸກລະດົມ​ຂະ​ບວນ​ສ້າງ​ຜົນງານ​ຕ່າງໆ​ ໂດຍ​ປິ່ນ​ອອ້ມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ ທີ່​ຄະນະພັກກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ​ຢູ່​ບັນດາ​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ​ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ​ແຂງແຮງ ທັງ​ເປັນ​ການ​ຊຸກຍູ້​ຂະ​ບວນ​ການ​ດ້ານ​ຕ່າງໆ ​ຂອງ​ອົງ​ການຈັດຕັ້ງ​ຊາວ​ໜຸ່ມ-​ແມ່ຍິງ ​ໃນ​ການຈັດຕັ້ງ​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ຂອງ​ຕົນ ຕິດ​ພັນ​ກັບ​ຂະ​ບວນ​ການຈັດຕັ້ງ​​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ​ຂອງ​ຊາວ​ໜຸ່ມ​ ແລະ​ ຂໍ້​ແຂ່ງຂັນ 3 ດີ​ຂອງ​ແມ່ຍິງ​ໃຫ້​ຟົດຟື້ນ​ຢ່າງ​ຕໍ່​ເນື່ອງ. ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພັນ​ໂທ ຕ່າຍ​ທອງ ທອງ​ວັນ ພ້ອມ​ດ້ວຍ​ພະນັກງານ-ວິຊາ​ການ ຍັງ​ໄດ້ ເຄື່ອນ​ໄຫວ​ເກັບ​ກຳ ​ຂ່າວ-ບົດ​ຢູ່​ກອງພັນ​ໃຫຍ່ 202 ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ