ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ກອງປະຊຸມຊີ້ນຳກວດກາສະພາບກຳລັງພົນຢູ່ເຂດພາກເໜືອ
ເວລາອອກຂ່າວ: 2024-05-29 09:33:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1373 | ຄວາມນິຍົມ:



ໃນວັນທີ24 ພຶດສະພາ 2024 ນີ້, ກອງບັນຊາການທະຫານແຂວງອຸດົມໄຊໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຊີ້ນຳກວດກາສະພາບກຳລັງພົນຢູ່ເຂດພາກເໜືອ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະກອງບັນຊາການທະຫານແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ໄຊຍະບູລີ, ກອງພົນທີ 2 ແລະ ກອງພົນທີ 3 ເຂົ້າຮ່ວມ. ໃນກອງປະຊຸມຄະພັກ-ຄະນະບັນຊາບັນດາກົມກອງໄດ້ຜັດປ່ຽນກັນຂຶ້ນລາຍງານໂດຍຫຍໍ້ຜົນການເຄື່ອນໄຫວວຽກງານກວດກາກຳລັງພົນປະຈຳປີ 2024 ຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ຂໍ້ຄົງຄ້າງ, ການຊຸກຍູ້ຕິດຕາມ, ກວດກາ, ການຄຸ້ມຄອງດ້ານຈຳນວນພົນ, ການສຶກສາອົບຮົມພະນັກງານ-ນັກຮົບແຕ່ລະສະຫາຍມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ປະຕິບັດມະຕິຄຳສັ່ງ, ລະບຽບກົດໝາຍ, ເຮັດສຳເລັດໜ້າທີ່. ນອກຈາກນີ້, ຄະນະພັກ-ຄະນະບັນຊາບັນດາກົມກອງຍັງໄດ້ຖືສຳຄັນການຕິດຕາມຊຸກຍູ້ ພະນັກງານວິຊາສະເພາະກຳລັງພົນ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີແນວຄິດການເມືອງໜັກແໜ້ນ. ເຄື່ອນໄຫວຕິດຕາມກວດກາສະກັດກັ້ນ ແລະ ແກ້ໄຂບັນຫາພະນັກງານ-ນັກຮົບໂຕນປະລະໜ້າທີ່, ເພື່ອຮັບປະກັນບັນຊີລາຍຊື່ຈຳນວນພົນ, ຮັບປະກັນດ້ານກໍາລັງຕົ້ນຕໍໃນການເຄື່ອນໄຫວປະຕິບັດໜ້າທີ່ກຽມພ້ອມສູ້ຮົບທຸກກໍລະນີ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດເພື່ອເປັນເອກະລາດແຫ່ງຊາດ. ໃນກອງປະຊຸມຄະນະພັກ-ຄະນະບັນຊາບັນດາກົມກອງໄດ້ມີຄຳເຫັນແລກປ່ຽນຖອດຖອນບົດຮຽນການຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດວຽກງານກຳລັງພົນຕະຫຼອດໄລຍະຜ່ານມາ ເພື່ອພ້ອມກັນສົ່ງເສີມຜົນງານຜົນສຳເລັດດ້ານດີ ແລະ ພ້ອມກັນຊອກຫາວິທີ່ປັບປຸງແກ້ໄຂຈຸດທີ່ຍັງຄົງຄ້າງໃຫ້ນັບມື້ດີຂຶ້ນ. ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຈົ່ງເພີ່ມທະວີໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ ກໍຄືພະນັກງານວິຊາສະເພາະກໍາລັງພົນ, ຕັ້ງໜ້າປັບປຸງ ແລະ ຜັນຂະຫຍາຍວຽກງານຕິດຕາມ, ກວດກາ, ຄຸ້ມຄອງບັນຊີລາຍຊື່ກໍາລັງພົນພາຍໃນກົມກອງຂອງຕົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີໃນໝູ່ຄະນະ ໃຫ້ໜັກແໜ້ນ ແລະ ຫັດກຸມດີຂຶ້ນກວ່າເກົ່າ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ມອບໝາຍບຸກຄົນຮັບຜິດຊອບລະອຽດຈະແຈ້ງ, ສະຫຼຸບຖອດຖອນບົດຮຽນສົ່ງເສີມດ້ານດີ, ປັບປຸງແກ້ໄຂດ້ານທີ່ຍັງຄົງຄ້າງເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານກຳລັງພົນແຕ່ລະໄລຍະໃຫ້ດີຂຶ້ນຕາມລຳດັບ ຂ່າວ - ພາບ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ