ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ກອງພົນທີ1 ປະກາດແຕ່ງຕັ້ງຊັບຊ້ອນໜ້າທີ່ສໍາຄັນຕ່າງໆ
ເວລາອອກຂ່າວ: 2024-05-31 12:00:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1122 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ30 ພຶດສະພາ 2024 ນີ້, ກອງພົນທີ1 ໄດ້ປະກາດແຕ່ງຕັ້ງແລະຊັບຊ້ອນໜ້າທີ່ນາຍທະຫານຂັ້ນຫ້ອງ, ຂັ້ນພະແນກການ, ກອງພັນນ້ອຍ, ຂະແໜງການ, ກອງຮ້ອຍ, ໝວດ, ໝູ່ ຢູ່ບັນດາກກົມກອງຮາກຖານຕ່າງທີ່ຂຶ້ນກັບ ເຂົ້າໃສ່ໂຄງປະກອບການຈັດຕັ້ງຕາມຄວາມເໝາະສົມ, ແທດເໝາະກັບເງື່ອນໄຂຕົວຈິງຂອງກົມກອງ, ໂດຍເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນ, ມີຄະນະນໍາກອງພົນ, ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ບຸນເລີດ ຄໍາໂພໄຊ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ກອງພົນທີ1 ວ່າດ້ວຍການຍົກຍ້າຍນາຍທະຫານແລະ ແຕ່ງຕັ້ງຄະນະຫ້ອງ, ພະແນກການແລະບັນດາກົມກອງຕ່າງໆ; ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຕົວຈິງໃນສະເພາະໜ້າແລະຍາວນານຂອງກົມກອງ; ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ປີ 2018 ທີ່ກໍານົດໄວ້ໃນພາກທີII ໝວດທີ4 ມາດຕາ26 ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ; ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ; ລະອຽດດັ່ງນີ້: ຍົກຍ້າຍ ສະຫາຍ ພັນເອກ ໄຊຍະສອນ ແກ້ວໂຍທີ ຮອງຫົວໜ້າຫ້ອງເສນາທິການ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດແລະແຕ່ງຕັ້ງ ສະຫາຍ ພັນໂທ ສີພອນ ກອງພະຈັນ ເປັນຮອງຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ພອນທອງ ສຸວັນດີ ເປັນຮອງຫົວໜ້າຫ້ອງການແລະ ບໍລິຫານ; ສະຫາຍ ພັນໂທ ສຸນິຄອນ ພາບມີໄຊ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ສົມຈັນ ເຫັມອິນທະວົງ ເປັນຫົວໜ້າພະແນກປະກັນສັງຄົມ, ສະຫາຍ ພັນໂທ ມອນທອງ ສິງຄໍາພັນ ເປັນຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນໂທ ນິຄິດ ບໍໃບຄໍາ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງພະລາທິການ, ສະຫາຍ ພັນຕີ ສົມບັດ ແພງວິໄລ ເປັນຮອງຫົວໜ້າພະແນກປະກັນສັງຄົມ, ສະຫາຍ ພັນຕີ ສອນແພງ ລໍຈິງຄູນພັນ ເປັນຮອງຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນຕີ ຂັນວິເລດ ມະໂນລາດ ເປັນຮອງຫົວໜ້າພະແນກຈັດຕັ້ງພັກ, ສະຫາຍ ພັນຕີ ນາງ ກູດແກ້ວ ແກ້ວລິດທິ ເປັນຮອງຫົວໜ້າພະແນກບໍລິຫານ-ສັງລວມຫ້ອງພະລາທິການ, ສະຫາຍ ພັນໂທ ພອນຄໍາ ອິນທະວົງ ເປັນຫົວໜ້າພະແນກແຜນການຫ້ອງພະລາທິການ, ສະຫາຍ ພັນໂທ ສົມຄິດ ມອນວິໄລ ເປັນຮອງຫົວໜ້າພະແນກແຜນການ ຫ້ອງພະລາທິການ, ສະຫາຍ ພັນໂທ ແພງພອນ ເຫຼືອງມະນີ ເປັນຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນນ້ອຍ 631. ໂອກາດສໍາຄັນນີ້, ຍັງໄດ້ປະກາດຂໍ້ຕົກລົງແຕ່ງຕັ້ງຂະແໜງການ, ກອງຮ້ອຍ, ໝວດ, ໝູ່ ຢູ່ບັນດາກກົມກອງຮາກຖານຕ່າງທີ່ຂຶ້ນກັບກອງພົນຫຼາຍຕໍາແໜ່ງງານ. ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI, ໝວດທີII, ມາດຕາ13 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍແລະສິ້ນສຸດການເປັນກໍາມະການພັກ ຄະນະພັກກອງພົນທີ1 ມີມະຕິຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ສີພອນ ກອງພະຈັນ ເປັນຮອງເລຂາຄະນະພັກຮາກຖານ ຫ້ອງເສນາທິການ, ສະຫາາຍ ພັນໂທ ພອນທອງ ສຸວັນດີ ເປັນຮອງເລຂາຄະນະພັກຮາກຖານຫ້ອງການແລະບໍລິຫານ. ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ປະທານ ໄດ້ກ່າວເນັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດໃຫ້ຖືກຕ້ອງສອດຄ່ອງ, ອອກແຮງເຝິກຝົນຫຼໍ່ຫຼອມຕົນເອງດ້ານຕ່າງໆຢູ່ສະໝໍ່າສະເໝີ; ເປັນເຈົ້າການເຕົ້າໂຮມຄວາມສາມັກຄີໃນໝູ່ຄະນະ, ອ້າຍນ້ອງໃນກົມກອງແລະພາຍນອກໃຫ້ແໜ້ນແຟ້ນ, ເພີ່ມທະວີການຈັດຕັ້ງປະຕິບັດລະບຽບວິໄນຢ່າງເຂັ້ມງວດແລະເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບໝອບໝາຍໃຫ້ມີຜົນສໍາເລັດຢ່າງສະຫງ່າງາມ. ຂ່າວໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ