
ພິທີມອບໃບຈາລຶກບຸນຄຸນໃຫ້ອາຈານສອນພາສາຈີນປະຈຳ ວປກ
ເວລາອອກຂ່າວ: 2024-05-31 12:04:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1548 | ຄວາມນິຍົມ:
ໃນຕອນບ່າຍຂອງວັນທີ29 ພຶດສະພາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ມອບໃບຈາລຶກບຸນຄຸນໃຫ້ ສະຫາຍ ພັນເອກ ຈາງ ສຽວ ຜິງ ອາຈານສອນພາສາຈີນ ປະຈຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ປະກອບສ່ວນຊ່ວຍເຫຼືອສອບແປງລິບຂຶ້ນລົງຂອງຕຶກອາຄານຮຽນນັກສຶກສາ. ເຂົ້າຮ່ວມເປັນປະທານໃນຄັ້ງນີ້ໂດຍແມ່ນ ສະຫາຍ ພົນຕີ ຄໍາຫລ້າ ພັນໄຊຍະສຸກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ,
ໂອກາດທີ່ມີຄວາມໝາຍ-ຄວາມສຳຄັນດັ່ງກ່າວນີ້, ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ກໍ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ທົ່ວ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ກ່າວສະແດງຄວາມຍ້ອງຍໍຊົມເຊີຍ, ຄວາມຂອບອົກຂອບໃຈແລະຮູ້ບຸນຄຸນເປັນຢ່າງສູງ ຕໍ່ການປະກອບສ່ວນອັນສຳຄັນດັ່ງກ່າວນີ້ຂອງ ສະຫາຍ ພັນເອກ ຈາງ ສຽວ ຜິງ. ພ້ອມທັງອວຍພອນໄຊອັນປະເສີດແດ່ ສະຫາຍ ຈົງມີຄວາມຜາສຸກແລະມີຜົນສຳເລັດທາງດ້ານໜ້າທີ່ການງານແລະຊີວິດສ່ວນຕົວ, ອວຍພອນແດ່ສາຍພົວພັນຮ່ວມມືມິດຕະພາບລະຫວ່າງ ສອງຊາດ-ສອງກອງທັບ ລາວຈີນ-ຈີນລາວ, ທີ່ເຄີຍມີມາໃຫ້ນັບມື້ນັບເຕີມໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.
ພາບ-ຂ່າວ: ສາວີວັນ ວົງຄຳຊາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ