
ໂຮງຮຽນກໍ່ສ້າງນາຍສິບເລກ1 ທາບທາມບຸກຄະລາກອນລົງສະໜັກເລືອກຕັ້ງເຂົ້າເປັນຄະບໍລິຫານງານພັກ ສະໄໝທີVIII ( ຮອບທີ3 )
ເວລາອອກຂ່າວ: 2024-05-31 12:08:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1455 | ຄວາມນິຍົມ:
ກອງປະຊຸມໄດ້ເປີດຂຶ້ນໃນວັນທີ30 ພຶດສະພາ 2024, ຢູ່ທີ່ສະໂມສອນຂອງໂຮງຮຽນໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະ ນະພັກ ຫົວໜ້າການເມືອງໂຮງຮຽນ, ສະຫາຍ ພັນເອກ ບົວວັນ ພົມມະເພັງ ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນ, ວິຊາການຈາກກົມຈັດຕັ້ງພັກ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງພັນແລະພະນັກງານນຳພາ-ບັນຊາ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນ ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ແລະ ສະຫາຍ ພັນເອກ ບົວວັນ ພົມມະເພັງ ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນ ໄດ້ຂຶ້ນຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ສະໄໝທີVIII ຂອງອົງຄະນະພັກໂຮງຮຽນຕະຫຼອດໄລຍະ 5ປີ ຜ່ານມາ ເພື່ອໃຫ້ຜູ້ແທນກອງປະຊຸມມີຄຳເຫັນຕີລາຄາ ເພື່ອປັບປຸງຮ່າງລາຍງານການເມືອງດັ່ງກ່າວໃຫ້ມີຄວາມສົມບູນຂຶ້ນກວ່າເກົ່າ.ຈາກນັ້ນ ສະຫາຍ ພັນໂທ ສາກົນ ໄຊ ກົມມະເມືອງ ວິຊາການກົມຈັດຕັ້ງພັກໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໜັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກແລະຄະນະປະຈຳພັກ, ເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາພັກຂອງໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ1 ສະໄໝທີVIII ຮອບທີIII ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີຄວາມຮູ້ຄວາມສາມາດທີ່ແນ່ນອນ, ເປັນແບບຢ່າງນຳໜ້າໃນການປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດແລະຕ້ອງເປັນຜູ້ທີ່ມີສຸຂະພາບແຂງແຮງດີ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ກໍ່ໄດ້ໂອ້ລົມຊີ້ນຳຕໍ່ກອງປະຊຸມ ເຊິ່ງກອງປະຊຸມທາບທາມບຸກຄະລາກອນສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ສະໄໝທີVIII ຮອບທີIII ຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍຍິ່ງແລະ ເປັນການທາບທາມຮອບສຸດທ້າຍຂອງການຮັບປະກັນຄວາມພ້ອມ ເພື່ອກ່າວໄປສູ່ການດຳເນີນກອງປະຊຸມໃຫ່ຍຢ່າງເປັນທາງການຂອງຄະນະບໍລິຫານງານພັກໂຮງຮຽນກໍ່ສ້າງນາຍສິບເລກ1 ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ, ຜູ້ແທນກອງປະຊຸມຈົ່ງເອົາໃຈໃສ່ຍົກສູງບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການໃຊ້ສິດປະຊາທິປະໄຕ ເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນແລະ ພ້ອມກັນປະຕິບັດຕາມຫຼັກການໃນການໃຊ້ສິດໃຫ້ຖືກຕ້ອງແລະມີຜົນສຳເລັດ.
ໂດຍ: ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ