ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ໂຮງຮຽນກໍ່ສ້າງນາຍສິບເລກ1 ເຜີຍແຜ່ແຜນການຊ້ອມຮົບໃຫ້ແກ່ນັກຮຽນນາຍສິບທະຫານຮາບ ຊຸດທີ37
ເວລາອອກຂ່າວ: 2024-06-03 14:55:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 945 | ຄວາມນິຍົມ:



ໃນວັນທີ31 ພຶດສະພາ 2024 ນີ້, ຢູ່ທີ່ສະໂມສອນຂອງໂຮງຮຽນໄດ້ ເຜີຍແຜ່ແຜນການຊ້ອມຮົບໃຫ້ແກ່ນັກຮຽນນາຍສິບທະຫານຮາບຊຸດທີ 37 ສົກຮຽນ 2023-2024. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະບັນຊາ, ກອງພັນ, ກອງຮ້ອຍ, ຄະນະຮັບຜິດຊອບ ແລະຄູອາຈານ ຕະຫຼອດຮອດນັກຮຽນນາຍສິບເຂົ້າຮ່ວມ. ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຫົວໜ້າຫ້ອງອົບຮົມໂຮງຮຽນກໍ່ສ້າງນາຍສິບເລກ1 ຂຶ້ນເຜີຍແຜ່ແຜນການຜ່ານອະນຸມັດຂອງກົມໃຫ່ຍເສນາທິການກອງທັບ,ສະບັບເລກທີ 1128/ກສນ, ລົງວັນທີ24/04/2024 ຄຳສັ່ງແນະນຳ, ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບແລະຂໍ້ກຳນົດ, ກົດລະບຽບຂອງໂຮງຮຽນ. ສະບັບເລກທີ 42, 43,ລົງວັນທີ 02/05/2024, ວ່າດ້ວຍການຊ້ອມຮົບວິຊາຍຸດທະວິທີຂັ້ນໝວດທະຫານຮາບໃຫ້ແກ່ນັກຮຽນນາຍສິບຊຸດທີ 37 ສົກຮຽນ 2023-2024. ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ຄະນະຮັບຜິດຊອບທຸກພາກສວ່ນຮັບຮູ້ເຂົ້າໃຈ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງຢ່າງເຂັ້ມງວດ, ພ້ອມທັງແນ່ໃສ່ຍົກສູງຄຸນນະພາບການເມືອງແນວຄິດ, ແບບແຜນການຊີ້ນຳບັນຊາ, ປັບປຸງຍົກລະດັບຄວາມຮູ້, ຄວາມສາມາດຂອງນັກຮຽນຜ່ານການຫັດແອບຮໍ່າຮຽນທັງພາກທິດສະດີ, ຫຼັກການ, ກໍ່ຄືພາກປະຕິບັດຕົວຈິງຢູ່ໃນສະໜາມແອບໃນໄລຍະຜ່ານມານຳມາໝູນໃຊ້ເຂົ້າໃນບັ້ນຊ້ອມຮົມໃຫ້ມີຄວາມຊໍານິຊໍານານ ກຳໄດ້ລະດັບບາດກ້າວເຮັດວຽກ, ວິທີບັນຊາກົມກອງໃນເວລາເຮັດໜ້າທີ່ສູ້ຮົບ, ເພື່ອຕອບສະໜອງໄດ້ແລະເຄື່ອນໃຫວເຮັດສຳເລັດໜ້າທີ່ຕາມແຜນການ, ຕາມຄຳສັ່ງຂອງຂັ້ນເທິງທີ່ໄດ້ມອບໝາຍ. ການເຄື່ອນທັບຊ້ອມຮົບໃນຄັ້ງນີ້ຈະໄດ້ໃຊ້ເວລາ 3 ວັນຈິ່ງສຳເລັດຕາມແຜນການ. ໂອກາດນີ້, ກໍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ ກ່ອນອື່ນສະຫາຍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູອາຈານ ທີ່ໄດ້ກຽມຄວາມພ້ອມດ້ານຕ່າງໆເຂົ້າໃນບັ້ນຊ້ອມຮົບຄັ້ງນີ້ຢ່າງລະອຽດຄົບຖ້ວນແລະເໜັ້ນໜັກໃຫ້ບັນດາສະຫາຍທຸກພາກສວ່ນມີສະຕິຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຮຽກຮ້ອງມາຍັງນັກຮຽນທຸກສະຫາຍຈົ່ງສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນບັ້ນເຄື່ອນທັບນີ້, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຕັ້ງໜ້າເປັນເຈົ້າການປະຕິບັດຄຳສັ່ງ, ຂໍ້ກຳນົດ, ກົດລະບຽບໃຫ້ເຂັ້ມງວດ, ພ້ອມກັນຕັດສິນໃຈຜ່ານຜ່າຄວາມຫຸ້ຍງຍາກ, ນຳພາແລະຂະຫຍາຍກຳລັງເຂົ້າເຖິງຈຸດໝາຍທີ່ກຳນົດໄວ້ແລະຮັກສາໄດ້ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັບປະກັນຄວາມປອດໄພໃຫ້ໄດ້ 100%. ໂດຍ: ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ