
ຮັບຮອງເອົາໂຮງໝໍບໍລິເວນ107 ເປັນກົມກອງວັດທະນະທໍາ ສະໄໝທີ2
ເວລາອອກຂ່າວ: 2024-06-03 15:05:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1118 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ30 ພຶດສະພາ 2024 ນີ້, ໂຮງໝໍບໍລິເວນ107 ໄດ້ ຮັບຮອງໂຮງໝໍບໍລິເວນ107 ເປັນກົມກອງວັດທະນະທໍາ ສະໄໝທີ2 ຂັ້ນກົມໃຫຍ່ພະລາທິການກອງທັບ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຕິເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະວິຊາການ, ມີສະຫາຍ ພັນເອກ ໄພວັນ ຈັນທະສຸກ ເລຂາຄະນະພັກຮາກຖານ, ອຳນວຍການໂຮງໝໍບໍລິເວນ107 ພ້ອມດ້ວຍຄະນະ, ມີບັນດາແຂກແລະພະນັກງານຫຼັກແຫຼ່ງໃນກົມກອງເຂົ້າຮ່ວມ 145 ສະຫາຍ.
ໃນພິທີ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ຮອງເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງໝໍບໍລິເວນ107 ໄດ້ຜ່ານບົດສະຫຼຸບຜົນການສ້າງນັກຮົບແລະກົມກອງວັດທະນະທໍາ ໂດຍຍົກໃຫ້ເຫັນເຖິງຈຸດພິເສດທີ່ຕັ້ງ, ຕົ້ນກຳເນີດ, ພາລະບົດບາດແລະໜ້າທີ່ໃຈກາງຂອງກົມກອງ, ໂຮງໝໍບໍລິເວນ107 ແມ່ນປະຕິບັດລະບອບ 2 ຫົວໜ້າຄື ຫົວໜ້າການເມືອງແລະຫົວໜ້າການທະຫານ, ມີຄະນະພັກຮາກຖານ 09 ສະຫາຍ, ຄະນະບັນຊາ 05 ສະຫາຍ, ປະກອບມີ 22 ພະແນກ, 85 ຂະແໜງການ. ໃນການສ້າງນັກຮົບວັດທະນະທໍາແມ່ນອີງໃສ່ເນື້ອໃນ 05 ມາດຖານສາມາດບັນລຸດັ່ງນີ້: ມາດຖານ 1 ບັນລຸ 94,9%, ມາດຖານ 2 ບັນລຸ 94,6%, ມາດຖານ 3 ບັນລຸ 94,3%, ມາດຖານ 4 ບັນລຸ 93,9%, ມາດຖານ 5 ບັນລຸ 94,2%, ສ່ວນກົມກອງວັດທະນະທຳ ມາດຖານ 1 ບັນລຸ 96,8%, ມາດຖານ 2 ບັນລຸ 96,9%, ມາດຖານ 3 ບັນລຸ 96,7%, ມາດຖານ 4 ບັນລຸ 96,9%, ມາດຖານ 5 ບັນລຸ 97,5% ສາມາດຕີລາຄາປະເມີນຜົນນັກຮົບວັດທະນະທໍາໄດ້ 391 ສະຫາຍ ເທົ່າກັບ 97,99% ແລະ ຄົບເງື່ອນໄຂເປັນກອງວັດທະນະທຳ, ພ້ອມທັງຜ່ານທິດທາງແຜນການແລະຄາດໝາຍສູ້ຊົນ.
ສະຫາຍ ພົນຈັດຕະວາ ຕິເບດ ສີແພງຄູນ ກຳມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານມະຕິຕົກລົງຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ເລກທີ 23/ຄພກພລ, ລົງວັນທີ15 ພຶດສະພາ 2024 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາຄະນະພັກຮາກຖານ ໂຮງໝໍບໍລິເວນ 107 ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເປັນເລຂາຄະນະພັກຮາກຖານແລະສະຫາຍ ພັນເອກ ໄພວັນ ຈັນທະສຸກ ເປັນຮອງເລຂາຄະນະພັກຮາກຖານໂຮງໝໍບໍລິເວນ107. ຈາກນັ້ນ ສະຫາຍ ພັນໂທ ຄໍາໂຕ່ນ ນັນທະວົງ ຫົວໜ້າພະແນກໂຄສະນາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກົມໂຄສະນາອົບຮົມວ່າດ້ວຍການອະນຸມັດໃຫ້ກົມໃຫຍ່ພະລາທິການກອງທັບ ຢັ້ງຢືນຮັບຮອງນັກຮົບແລະກົມກອງວັດທະນະທຳຂັ້ນຂອງຕົນໃຫ້ໂຮງໝໍບໍລິເວນ107 ສະໄໝທີ2 ໃນປີ 2024 ແລະຂໍ້ຕົກລົງຂອງຫ້ອງການເມືອງຕົກລົງຢັ້ງຢືນຮັບຮອງ ນັກຮົບວັດທະນະທຳສະໄໝທີ2 ໃນສົກປີ 2024 ມີ 391 ສະຫາຍ ແລະຢັ້ງຢືນຮັບຮອງໂຮງໝໍບໍລິເວນ107 ເປັນກອງວັດທະນະທໍາ ສະໄໝທີ2 ເຊິ່ງມີ 22 ພະແນກການຂຶ້ນກັບຄືຮັບຮອງແລະ ຢັ້ງຢືນນັກຮົບວັດທະນະທຳພະແນກການເມືອງ 17ສະຫາຍ, ພະແນກແຜນການສັງລວມ 13 ສະຫາຍ, ພະແນກພະລາ-ເຕັກນິກ 40 ສະຫາຍ, ພະແນກບໍລິຫານການແພດ 19 ສະຫາຍ, ພະແນກຫ້ອງກວດເຂດນອກ 12 ສະຫາຍ, ພະແນກວະເຄາະ 17ສະຫາຍ, ພະແນກລັງສີ-ເອໂກ 10 ສະຫາຍ, ພະແນກພາຍນອກລວມ 15 ສະຫາຍ, ພະແນກພາຍນອກກະທົບ 14 ສະຫາຍ, ພະແນກປະກັນສຸຂະພາບ 06 ສະຫາຍ, ພະແນກຫ້ອງປາດ-ພັກຟື້ນ 16 ສະຫາຍ, ພະແນກປະສູດ 19 ສະຫາຍ, ພະແນກສະເພາະ ຕາ, ແຂ້ວຄາງໜ້າ 11 ສະຫາຍ, ພະແນກພາຍໃນລວມ 17 ສະຫາຍ, ພະແນກຊຶມເຂື້ອ 17 ສະຫາຍ, ພະແນກເດັກນ້ອຍ 17 ສະຫາຍ, ພະແນກກາຍຍະບໍາບັດ 04 ສະຫາຍ, ພະແນກໄຂ່ຫຼັງທຽມ 05 ສະຫາຍ, ພະແນກສຸກເສີນ-ມໍລະສຸມ 15 ສະຫາຍ, ນັກສຶກສາ 87 ສະຫາຍ ໂດຍແມ່ນຄະນະປະທານຜັດປ່ຽນກັນຂຶ້ນມອບໃບຢັ້ງຢືນນັກຮົບ ແລະກົມກອງວັດທະນະທຳ.
ໂອກາດນີ້ ສະຫາຍປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ກົມກອງໂຮງໝໍບໍລິເວນ 107 ຍາດມາໄດ້, ສະຫາຍໄດ້ມີຄໍາເຫັນບາງບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ເປັນຕົ້ນແມ່ນ ຄະນະພັກ - ຄະນະ ບັນຊາສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ - ນັກຮົບ, ເອົາໃຈໃສ່ຕໍ່ການປະຕິບັດເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະພັດທະນາ, ສືບຕໍ່ເອົາໃຈໃສ່ຍູ້ແຮງຂົງເຂດວຽກງານວິຊາສະເພາະ-ການແພດ, ຖືເອົາຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດ ປະຕິບັດ ຄໍາຂວັນ 5 ດີ 1 ພໍໃຈ ຂອງກະຊວງສາທະລະນະສຸກວາງອອກເປັນຕົ້ນຕໍ, ພ້ອມນັ້ນກໍ່ຕ້ອງເອົາໃຈໃສ່ຕໍ່ວຽກງານຮອບດ້ານຂອງກົມກອງ ສ້າງໃຫ້ໄດ້ກອງປອດໃສ, ປອດໄພ, ປອດຄະດີ ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຍົກສູງບົດບາດຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອສ້າງກົມກອງໃຫ້ມີລະບຽບແບບແຜນທີ່ທັນສະໄໝ ແລະສູ້ຊົນໃຫ້ໄດ້ກົມກອງວັດທະນະທໍາສະໄໝທີ 3 ໃນຕໍ່ໜ້າ.
ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ