ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ລົງກວດກາຊີ້ນຳວຽກງານກະກຽມ ໃຫ້ແກ່ການເປີດນຳໃຊ້ໂຮງໝໍຈຸດສຸມພັດທະນາ 60 ຕຽງຄັງວຽງ
ເວລາອອກຂ່າວ: 2019-05-14 08:54:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1914 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 10 ພຶດສະພາ 2019 ນີ້, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນ ປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ ຈາກກົມວິຊາສະເພາະ ແລະ ວິຊາ ການ, ປະທານບໍລິສັດດີດີພີຈະເລີນຊັບຈໍາກັດ ໄດ້ລົງກວດກາກະກຽມຄວາມພ້ອມການເປີດນໍາ ໃຊ້ໂຮງໝໍຈຸດສຸມພັດທະນາ 60 ຕຽງຄັງວຽງ ເມືອງໝອກ ແຂວງຊຽງຂວາງ. ໂອກາດດັ່ງກ່າວ ສະຫາຍ ພົນຕີ ປອ ວົງຄໍາ ພົມ ມະກອນ ໄດ້ຮັບຟັງບົດສະຫຼຸບລາຍງານໂດຍຫຍໍ້ ວຽກງານຮອບດ້ານປະຈຳເດືອນ ເມສາ 2019ແລະ ທິດທາງແຜນການຕໍ່ໜ້າ ຈາກ ສະຫາຍ ພັນໂທ ຄໍາຜຸຍ ຈັນ ທະວົງ ຮອງຫົວໜ້າຄະນະຊີ້ນໍາ ພັດທະນາກຸ່ມບ້ານຄັງວຽງປະຈໍາ ພາກສະໜາມ ເຊິ່ງໄດ້ຕີລາຄາສະ ພາບການລວມໃນໄລຍະ 1 ເດືອນ ຜ່ານມາສັງເກດໂດຍລວມເຫັນ ວ່າສະພາບການມີຄວາມສະຫງົບ ໂດຍພື້ນຖານ, ພະນັກງານ, ນາຍ ແລະ ພົນທະຫານມີແນວຄິດອຸ່ນ ອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ ວຽກງານ, ມີສະຕິຕໍ່ ການຈັດຕັ້ງ, ປະຕິບັດລະບຽບວິ ໄນເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງການຈັດຕັ້ງ ມອບໝາຍໃຫ້, ສະພາບປະຊາ ຊົນສ່ວນຫຼາຍມີຄວາມເຫັນດີ ເປັນເອກະພາບກັບແນວທາງໂຄງ ການພັດທະນາຂອງພັກ-ລັດ, ພ້ອມກັນສຸມໃສ່ການຜະລິດປູກ ພືດຕາມລະດູການຢ່າງເປັນຂະ ບວນການຟົດຟື້ນ, ເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ປະຊາຊົນບັນດາ ເຜົ່າກຸ່ມບ້ານຄັງວຽງ ເຮັດໃຫ້ປະ ຊາຊົນເຂດດັ່ງກ່າວມີຄວາມເຊື່ອ ໝັ້ນຕໍ່ການນໍາພາຂອງພັກ-ລັດ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໄດ້ສົມທົບກັບອໍາ ນາດການປົກຄອງກຸ່ມບ້ານລົງ ຕິດຕາມຊຸກຍູ້ພະນັກງານປະຈໍາ ການ, ກອງຫຼອນ ແລະ ປກສ ບ້ານ ເພື່ອເຮັດໜ້າທີ່ປົກປັກຮັກສາໃນ ຂອບເຂດຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນການອອກເຄື່ອນ ໄຫວລາດຕະເວນ, ຈັດຕັ້ງເວນ ຍາມຕະຫຼອດ 24 ຊົ່ວໂມງ, ຕິດ ຕາມກວດກາຄົນເຂົ້າ-ອອກເປັນ ປົກກະຕິ, ຮັກສາຄວາມສະຫງົບ ປອດໄພ 100%. ສະຫາຍ ພົນຕີ ວົງຄໍາ ພົມມະ ກອນ ໄດ້ມີຄຳເຫັນໂອ້ລົມໃຫ້ ທິດ ຊີ້ນຳແກ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງນຳພາ ແນວຄິດເປັນກົກ, ຍົກສູງສິິດພາ ລະບົດບາດໜ້າທີ່ຄວາມຮັບຜິດ ຊອບການເມືອງຂອງຕົນຢ່າງ ເຂັ້ມງວດ, ມີຄຸນສົມບັດສິນທຳ ປະຕິວັດ, ຄວາມສາມັກຄີພາຍ ໃນພາຍນອກ,ປຸກລະດົມໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າແຕ່ລະຄອບ ຄົວ, ແຕ່ລະບ້ານສ້າງເສດຖະກິດ ຄອບຄົວດ້ວຍການລ້ຽງສັດທຸກປະເພດ,ປູກຝັງຕາມລະດູການ ແລະ ຕາມເງື່ອນໄຂຂອງແຕ່ລະ ຄອບຄົວໃຫ້ກຸ້ມຢູ່ກຸ້ມກິນ ແລະ ກາຍເປັນສິນຄ້າຕາມທິດນໍາຂອງ ພັກ-ລັດ ເພື່ອເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າຮັ່ງມີຜາສຸກກ້າວໄປເຖິງການລົບ ລ້າງຄວາມທຸກຍາກເທື່ອລະກ້າວ, ສົ່ງເສີມປະຊາຊົນບັນດາເຜົ່າສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ ແໜ້ນໜາ, ອະນຸລັກຮີດຄອງປະເພ ນີອັນດີງາມ, ສ້າງຄວາມສາມັກຄີປອງດອງພາຍໃນກຸ່ມບ້ານໃຫ້ ແຫນ້ນແຟ້ນ. ຈາກນັ້ນ, ສະຫາຍ ພົນຕີ ວົງຄຳ ພົມມະກອນ ພ້ອມດ້ວຍຄະນະ ແລະ ຄະນະຮັບຜິດຊອບວຽກ ງານ, ວິຊາການ, ປະທານບໍລິ ສັດພ້ອມດ້ວຍພະນັກງານທີ່ກ່ຽວ ຂ້ອງກໍໄດ້ລົງກວດກາເຄຫາສະ ຖານທີ່ຕ່າງໆຂອງໂຮງໝໍເປັນ ຕົ້ນແມ່ນ: ຕຶກອາຄານ, ອຸປະກອນ ຫ້ອງວິເຄາະ, ຫ້ອງຜ່າຕັດ, ຫ້ອງ ເອັກສະເລ, ພະແນກຫູ, ຕາ, ດັງ, ຄໍ, ອຸປະກອນເຄື່ອງຮັບໃຊ້ຫ້ອງ ການ, ສາງຢາ, ການປະກອບ ເຄື່ອງມືອຸປະກອນການຢາ-ການ ແພດ ທີ່ທັນສະໄໝ, ລະບົບໄຟຟ້າ-ນຳ້ປະປາ,ໂຄງປະກອບການຈັດ ຕັ້ງ, ການແຕ່ງຕັ້ງບຸຄະລາກອນ ເຂົ້າໃສ່ບັນດາຕໍາແໜ່ງງານຂອງ ໂຮງໝໍໃຫ້ເປັນລະບຽບຮຽບ ຮ້ອຍ, ຈຸດປະສົງ: ເພື່ອເຮັດໃຫ້ ວຽກງານດັ່ງກ່າວສຳເລັດຜົນ ຕາມແຜນການທີ່ວາງໄວ້ ແລະ ສາ ມາດເປີດນໍາໃຊ້ບໍລິການປິ່ນປົວສຸ ຂະພາບຂອງນາຍ ແລະ ພົນທະ ຫານ, ປະຊາຊົນບັນດາເຜົ່າຢູ່ເຂດ ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ. ຂ່າວໃຫ້ຮູ້ຕື່ມອີກວ່າ: ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳ ມະການຄະນະປະຈຳພັກກະຊວງ ປ້ອງກັນປະເທດ ຫົວໜ້າກົມໃຫຍ່ ພະລາທິການກອງທັບ ພ້ອມດ້ວຍ ຄະນະໄດ້ນຳເອົາເຄື່ອງອຸປະ ໂພກ-ບໍລິໂພກຈຳນວນໜຶ່ງໄປ ມອບໃຫ້ແກ່ພະນັກງານ-ນັກຮົບຢູ່ ທີ່ສູນຜະລິດ-ລ້ຽງສັດນໍ້າທົ່ງ ເມືອງໝອກ ແຂວງຊຽງຂວາງ ອີກດ້ວຍ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ