
ກອງພັນໃຫຍ່ 301 ກອງພົນທີ 3 ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2024-06-12 08:33:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 417 | ຄວາມນິຍົມ:
ທ້າຍເດືອນພຶດສະພາ 2024 ນີ້, ກອງພັນໃຫຍ 301 ກອງພົນທີ 3 ໄດ້ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1
ມີຖຸນາ 1980-1 ມິຖຸນາ 2024) ແລະ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ (1 ມີຖຸນາ 1924-1 ມິຖຸນາ 2024) ໂດຍມີ ສະຫາຍ ພັນເອກ ແສງທອງ ເພັງຄຳພັນ ເລຂາຄະ ນະພັກ, ຫົວໜ້າການທະຫານກອງພັນໃຫຍ່ 301, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດອົງການຈັດຕັ້ງມະຫາຊົນ, ພະນັກງານ-ນັກຮົບພາຍໃນກົມກອງ ເຂົ້າຮ່ວມ.
ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ປະກອບມີ ຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ອຸດສະຫະກຳ ຈຳນວນ 200 ຕົ້ນ. ການປູກຕົ້ນໄມ້ໃນຄັ້ງນີ້ ແມ່ນປູກໃສ່ເດີ່ນໂຮງໝໍໃໝ່ ເພື່ອໃຫ້ບ່ອນເນື້ອທີ່ດິນທີ່ເປົ່າວ່າງຂອງກົມກອງກາຍເປັນດິນທີ່ມີຕົ້ນໄມ້ທີ່ອຸດົມສົມບູນ ແລະ ເປັນການປະ ດັບໃຫ້ສະຖານທີ່ດັ່ງກ່າວ ເປັນສະຖານທີ່ຂຽວງາມ ທັງເຮັດໃຫ້ກົມກອງມີຄວາມສົດຊື່ນຮົ່ມເຢັນເປັນຕາໜ້າຢູ່ ກາຍເປັນຄ້າຍຄູສີຂຽວ, ກົມກອງວັດທະນະທຳ, ພ້ອມທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ 4 ຂອງອົງຄະນະພັກກອງພັນໃຫຍ່ 301 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີຂະບວນການອັນຟົດຟື້ນກວ້າງຂວາງ.
ໂດຍ: ຈອມແສງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ