ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 661 ສະຫຼຸບການປະຕິບັດ ຂໍ້ແຂ່ງຂັນ 3 ດີ ແລະ ວຽກງານກຸ່ມທ້ອນເງິນ ປະຈຳປີ 2023
ເວລາອອກຂ່າວ: 2024-06-12 08:37:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 344 | ຄວາມນິຍົມ:
ວັນທີ11 ມິຖຸນາ 2024 ນີ້, ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 661 ໄດ້ເປີດກອງປະຊຸມສະຫຼຸບປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ວຽກງານກຸ່ມທ້ອນເງິນໄລຍະ 4 ປີ (2021-2024) ແລະ ວາງທິດທາງແຜນການ 5 ປີ (2025-2029), ໂດຍການເປັນປະທານ ຂອງສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ຫົວໜ້າຫ້ອງ ການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນ, ພະແນກການ, ແຂກຖືກເຊີນ, ຄະນະໜ່ວຍ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ລີວັນ ພົມມະໄຊ ຫົວໜ້າຂະແໜງສະ ຫະພັນແມ່ຍິງ ກອງພັນໃຫຍ່ 661 ໄດ້ສະຫຼຸບຕີລາຄາຄືນການຈັດ ຕັ້ງປະຕິບັດຂະບວນການຂໍ້ແຂ່ງ ຂັນ 3 ດີໃນໄລຍະຜ່ານມາ, ຄະ ນະສະຫະພັນແມ່ຍິງແຕ່ລະຂັ້ນໃນທົ່ວກອງພັນໃຫຍ່ 661 ໄດ້ມີແຜນການ, ວິທີການຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງ ທີ່ແທດເໝາະກັບສະພາບເງື່ອນໄຂ ຄວາມເປັນຈິງຂອງກົມກອງ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນໃນແຕ່ລະໄລຍະຢ່າງເປັນຂະບວນການຟົດຟື້ນຕໍ່ເນື່ອງ ຕິດພັນກັບໜ້າທີ່ການເມືອງຂອງກົມກອງ. ຜ່ານການຈັດຕັ້ງປະຕິ ບັດຕົວຈິງໃນໄລຍະ 4 ປີຜ່ານ ມາ (2021-2024) ສາມາດຄັດເລືອກພົນລະເມືອງດີ 163 ສະຫາຍ ກວມເອົາ 100%, ພັດ ທະນາດີ 155 ສະຫາຍ ກວມເອົາ 70,89%, ສ້າງຄອບຄົວດີ 133 ສະຫາຍ ກວມເອົາ 82,09%, ບຸກຄົນ 3 ດີ ປະເພດ I ຈຳນວນ 107 ສະຫາຍ ກວມເອົາ 66,4%, ບຸກຄົນ 3 ດີ ປະ ເພດ II ຈຳນວນ 55 ສະຫາຍ ກວມເອົາ 33,95%, ຄອບຄົວຕົວແບບ 15 ສະຫາຍ ກວມເອົາ 9,25%, ຂະແໜງ 3 ດີ 1 ຂະ ແໜງ, ໜ່ວຍ 3 ດີ 8 ໜ່ວຍ, ກົມກອງນຳພາດີເດັ່ນ 8 ກົມກອງ.
ພ້ອມນັ້ນ, ຍັງໄດ້ສະຫຼຸບການຈັດ ຕັ້ງປະຕິບັດວຽກງານກອງທຶນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະ ຈຳປີ 2023 ແລະ ທິດທາງແຜນ ການປະຈຳປີ 2024 ເຊິ່ງເຫັນວ່ານັບແຕ່ມື້ສ້າງຕັ້ງຈົນມາຮອດປັດຈຸບັນ ກຸ່ມທ່ອນເງິນໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງຕັ້ງໜ້າ ສາມາດແກ້ໄຂຊີວິດການເປັນຢູ່ຂອງສະມາຊິກສະຫະພັນແມ່ ຍິງນັບມື້ນັບດີຂຶ້ນເທື່ອລະກ້າວ. ປັດຈຸບັນມີສະມາຊິກກຸ່ມທ້ອນເງິນທັງໝົດ 1.085 ສະຫາຍ, ຍິງ 364 ສະຫາຍ, ມີເງິນທ້ອນທັງໝົດ 3.986.192.000 ກີບ. ຈາກນັ້ນ, ບັນດາຄະນະພັກ-ຄະ ນະບັນຊາ, ຄະນະໜ່ວຍສະຫະພັນ ແລະ ສະມາຊິກແມ່ຍິງ ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ, ແລກປ່ຽນຖອດຖອນບົດຮຽນນຳກັນ ຢ່າງກົງໄປ ກົງມາ ເພື່ອຍົກໃຫ້ເຫັນດ້ານດີທີ່ ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ